ຫວຽດນາມບັນລຸຈຸດທີ່ເປັນບາດລ້ຽວໃນຂອບເຂດພົນລະເມືອງມີອາຍຸສູງຫລາຍເກີນໄປໃນປີ2015

 ຫວຽດນາມບັນລຸຈຸດທີ່ເປັນບາດລ້ຽວໃນຂອບເຂດພົນລະເມືອງມີອາຍຸສູງຫລາຍເກີນໄປໃນປີ2015 - ảnh 1
ພາບ​ປະ​ກອບ:internet

(vovworld)- ​ ຕອນ​ບ່າຍ​ວັນ​ທີ 28/3 ຢູ່ ຮ່າ​ໂນ້ຍ, ທະ​ນາ​ຄານ​ໂລກ WB ປະ​ຈຳ​ຫວຽດ​ນາມ ໄດ້​ປະ​ກາດ​ບົດ​ລາຍ​ງານ “​ຊີ​ວິດ​ຍືນ​ຍາວ ແລະ ​ມີ​ຄວາມວັດ​ທະ​ນາ​ຖາ​ວອນກວ່າ: ປະ​ກົດ​ການ​ອັດ​ຕາ​ສ່ວນ​ພົນ​ລະ​ເມືອງມີ​ອາ​ຍຸ​ສູງ​ຫລາຍ​ເກີນ​ໄປ ​ຢູ່ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟີກ. ຕາມ​ບົດ​ລາຍ​ງານ, ຫວຽດ​ນາມ ບັນ​ລຸ​ລະ​ດັບ​ເປັນ​ບາດ​ລ້ຽວ​ໃນ​ຂອບ​ຂະ​ຫນາດ​ ອັດ​ຕາ​ສ່ວນ​ຂອງ​ພົນ​ລະ​ເມືອງ​ໃນ​ເກນ​ອາ​ຍຸ 65 ປີ ແລະ ສູງ​ກວ່າ ໃນ​ປີ 2014. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ຈຳ​ນວນ​ຜູ້​ໃນ​ເກນ​ອາ​ຍຸ 65 ປີ​ ແລະ ສູງກວ່າ ຢູ່ ຫວຽດ​ນາມ ຈະ​ເພີ່ມ​ຂຶ້ນ ແຕ່ 6,3 ລ້ານ​ຄົນ​ປະ​ຈຸ​ບັນ ຂຶ້ນ​ເຖິງ 18 ລ້ານ​ຄົນ ໃນ​ປີ 2040, ກວມ​ 18% ຈຳ​ນວນ​ພົນ​ລະ​ເມືອງ. ສິ່ງ​ດັ່ງ​ກ່າວ​ແມ່ນ​ເລີ່ມ​ມາ​ຈາກ​ໝາກ​ຜົນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງວ່ອ​ງ​ໄວ. ລາຍ​ຮັບ​ເພີ່ມ​ຂຶ້ນ, ລະ​ດັບ​ການ​ສຶກ​ສາ​ສູງກວ່າ​ໄດ້​ເຮັດ​ໃຫ້​ລະ​ດັບອາ​ຍຸ​ຍືນ​ເພີ່ມ​ຂຶ້ນ ພ້ອມ​ທັງ​ເຮັດ​ໃຫ້​ອັດ​ຕາ​​ການເກີດ​ຫລຸດ​ລົງ. ທ່ານ ຫງວຽນ​ຈ້ອງ​ດາມ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ:

        “ຫວຽດ​ນາມ ຈະ​ສ້າງ​ລະ​ບົບ​ຫນູນ​ຊ່ວຍ​ສັງ​ຄົມ ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ​ຕິດ​ພັນ​ກັບ​ອາ​ຍຸ​ຍືນ​ຂອງ​ມະ​ນຸດ ເພື່ອ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ນະ​ໂຍ​ບາຍຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແຕ່​ລະ​ໄລ​ຍະ. ພ້ອມ​ກັນ​ນັ້ນ ຈຳ​ກັດ​ບັນ​ດາ​ຜົນ​ສະ​ທ້ອນ​ເມື່ອ​ອັດ​ຕາ​ສ່ວນ​ພົນ​ລະ​ເມືອງ​ມີ​ອາ​ຍຸ​ສູງ​ຫລາຍກວ່າ, ຮັບ​ມື​ຢ່າ​ງ​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ ແລະ ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ​ສຳ​ລັບ​ບັນ​ຫາ ອັດ​ຕາ​ສ່ວນ​ຂອງ​ພົນ​ລະ​ເມືອງ​ໃນ​ເກນ​ອາ​ຍຸ 65 ປີ ແລະ ສູງ​ກວ່າ.”

        ໃນ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ປະ​ຈຸ​ບັນ ມີ​ຜູ້​ອາ​ຍຸ​ສູງ ປະ​ມານ 211 ລ້ານ​ຄົນ, ກວມ 36% ຍອດ​ຈຳ​ນວນ​ຜູ້​ມີ​ອາ​ຍຸ​ສູງ​ກ່​ວາ 65 ປີ ໃນ​ໂລກ.

ຂ່າວ/ບົດ​ອື່ນ