ຫວຽດນາມປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກອົງການຄ້ຳປະກັນການລົງທຶນນາໆຊາດ

ຫວຽດນາມປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກອົງການຄ້ຳປະກັນການລົງທຶນນາໆຊາດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ ​ຕ້ອນ​ຮັບ​ທ່ານ​ນາງ Karin Finkelston
(ພາບ: TTXVN)


(vovworld) - ​ຫວຽດ​ນາມ​ ປາດ​ຖະ​ໜາ​ຢາກ​​ສືບ​ຕໍ່ໄ​ດ້​ຮັບ​ການ​ໜູນ​ຊ່ວຍ​​ຈາກ​ອົງ​ການ​ຄ້ຳ​ປະ​ກັນ​ການ​ລົງ​ທຶນ​ນາໆ​ຊາດ. ນີ້​ແມ່ນ​ຄຳ​​ເຫັນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ, ທີ່​ການ​ຕ້ອນ​ຮັບ​ທ່ານ​ນາງ Karin Finkelston, ຮ​ອງ​​ປະ​ທານ​ການ​ທະ​ນາ​ຄານ​ໂລກ, ທັງ​ເປັນຜູ້​ອຳ​​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ອົງ​ການຄ້ຳ​ປະ​ກັນ​ການ​ລົງ​ທຶນ​ນາໆ​ຊາດ, ໃນ​ວັນ​ທີ 27/04. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ ໄດ້​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຂອງ​ທະ​ນາ​ຄານ​ໂລກ ເວົ້າ​ລວມ ແລະ ອົງ​ການ​ຄ້ຳ​ປະ​ກັນ​ການ​ລົງ​ທຶນ​ນາໆ​ຊາດ ເວົ້າ​ສະ​ເພາະ ໃນ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ທີ່​ລົງ​ທຶນ​ເຂົ້າ​ຫວຽດ​ນາມ ຜ່ານ​ບັນ​ດາ​ຮູບ​ການ​ຄ້ຳ​ປະ​ກັນ​ການ​ລົງ​ທຶນ. ຫວຽດ​ນາມ​ ປ​າດ​ຖະ​ໜາ​ຢາກ​ສືບ​ຕໍ່​ໄ​ດ້​ຮັບ​ບັນ​ດາ​ການ​ໜູນ​ຊ່ວຍ​ຂອງອົງ​ການ​ຄ້ຳ​ປະ​ກັນ​ການ​ລົງ​ທຶນ​ນາໆ​ຊາດ ໃຫ້​ບັນ​ດ​າ​ໂຄງ​ການ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ. ພ້ອມ​ກັນ​ນັ້ນ, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ເລື່ອງອົງ​ການ​ຄ້ຳ​ປະ​ກັນ​ການ​ລົງ​ທຶນ​ນາໆ​ຊາດ ຈຳ​ໜ່າຍ​​ບັດ​ປະ​ກັນ​ໄພ​ໃຫ້​ບັນ​ດາ​ໂຄງ​ການ​ລົງ​ທຶນ​ເປີດກວ້າງ​ການເຄື່ອນ​ໄຫ​ວ​ຜະ​ລິດ ແລະ ດຳ​ເນີນທຸ​ລະ​ກິດ​ຂອ​ງ​ພາກ​ເອ​ກະ​ຊົນ. ສິ່ງນີ້​ແມ່ນ​ເໝາະ​ສົມ​ກັບ​ແຜນ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ຂອງ​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ ປາ​ດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງອົງ​ການ​ຄ້ຳ​ປະ​ກັນ​ການ​ລົງ​ທຶນ​ນາໆ​ຊາດ ຈະ​ໜູນ​ຊ່ວຍ​ລົງ​ທຶນ​ໃຫ້​ຫວຽດ​ນາມ ໃນ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ, ພະ​ລັງ​ງານ…

ຂ່າວ/ບົດ​ອື່ນ