ຫວຽດນາມມານະພະຍາຍາມປະຕິບັດບັນດາຄຳກ່າວເຕືອນຂອງຄະນະກຳມະການເອີລົບກ່ຽວກັບການຂຸດຄົ້ນສິນໃນນ້ຳ

(VOVWORLD) -ນັບແຕ່ເວລາຄະນະກຳມະການເອີລົບ (EC) ຍົກ “ບັດເຫຼືອງ” ສຳລັບການເຄື່ອນໄຫວຂຸດຄົ້ນສິນໃນນ້ຳຂອງຫວຽດນາມ (23 ຕຸລາ 2017)
ຫວຽດນາມມານະພະຍາຍາມປະຕິບັດບັນດາຄຳກ່າວເຕືອນຂອງຄະນະກຳມະການເອີລົບກ່ຽວກັບການຂຸດຄົ້ນສິນໃນນ້ຳ - ảnh 1 (ພາບປະກອບ: TTXVN)

ຕາມທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ວູວັນຕ໋າມ ແລ້ວ, ໄລ່ຮອດຈຸດເວລານີ້, ການແກ້ໄຂ “ບັດເຫຼືອງ” ຂອງ EC ບັນລຸໄດ້ໝາກຜົນທີ່ປະເອີບໃຈຫຼາຍຢ່າງ. ກ່ຽວກັບການສ້າງລະບອບລະບຽບການໃຫ້ສຳເລັດ, ກົດໝາຍວ່າດ້ວຍສິນໃນນ້ຳ (ສະບັບປັບປຸງ) ຫາກໍ່ປະກາດໃຊ້ໄດ້ຮັບຮູ້ບັນດາຄຳກ່າວເຕືອນຂອງ EC ກ່ຽວກັບການຂຸດຄົ້ນຢ່າງຜິດກົດໝາຍຢ່າງສຸດຂີດ. ພ້ອມທັງ, ບັນດາເອກະສານກຳນົດດ້ານກົດໝາຍກໍ່ໄດ້ສ້າງຕັ້ງຕາມທິດປະສານສົມທົບບັນດາຂໍ້ກຳນົດຕາມທຳນຽມສາກົນຄື: ປະມວນຂໍ້ກຳນົດອາຊີບປະມົງທີ່ມີຄວາມຮັບຜິດຊອບຂອງອົງການອາຫານ ແລະ ການກະເສດສປຊ (FAO); ແຜນການເຄື່ອນໄຫວສາກົນຕ້ານການຂຸດຄົ້ນຢ່າງຜິດກົດໝາຍຂອງ FAO; ສັນຍາແຫ່ງຊາດມີທ່າກ່ຳປັ່ນຂອງ FAO…

        ກ່ຽວກັບທ້ອງຖິ່ນຕ່າງໆ, ແຂວງ ແຄ໋ງຮ່ວາ, ເຊິ່ງແມ່ນໜຶ່ງໃນຈຳນວນ 3 ແຂວງຈຸດສຸມກ່ຽວກັບການຂຸດຄົ້ນປາທູນາ, ບັນດາອົງການທີ່ມີໜ້າທີ່ໄດ້ໂຄສະນາໃຫ້ຊາວປະມົງຮູ້ຂອບເຂດທີ່ໄດ້ຈັບຫາປາ, ຫຼີກລ້ຽງສະພາບບັນດາກ່ຳປັ່ນຫາປາລະເມີດການຫາປາຢ່າງຜິດກົດໝາຍ. ທີ່ແຂວງກຽນຢາງ, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ໄດ້ສົມທົບກັບອຳນາດການປົກຄອງເປີດການສຳຫຼວດກວດກາ, ປະຕິບັດການປັບໄໝບັນດາກໍລະນີລະເມີດກົດໝາຍວ່າດ້ວຍສິນໃນນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ