ຫວຽດນາມມານະພະຍາຍາມອະນຸລັກຮັກສາເຂດທັດສະນີຍະພາບຈ່າງອານ,ນິງບິ່ງ

ຫວຽດນາມມານະພະຍາຍາມອະນຸລັກຮັກສາເຂດທັດສະນີຍະພາບຈ່າງອານ,ນິງບິ່ງ - ảnh 1
ເຂດທັດສະນີຍະພາບ ຈ່າງອານ
(ພາບປະກອບ)

(vovworld) – ​ເຂດ​ທັດສະນີ​ຍະ​ພາບ ຈ່າ​ງອານ, ​ແຂວງ ນິງບີ່​ງ ຫາ​ກໍ່​ໄດ້​ຮັບການ​ຮັບຮອງ​​​ເປັນ​ມໍລະດົກ​ໂລກ ດ້ວຍ​ບັດ​ສະໜັບສະໜູນ 100% ທີ່​ກອງ​ປະຊຸມ​ຄັ້ງ​ທີ 38 ຂອງ​ຄະນະ​ກຳມະການ​ມໍ​ລະ​ດົກ​ໂລກ​ຂອງ UNESCO. ຕາມ​ທ່ານນາງ ດັ້ງ​ທິບີ​ກລຽນ, ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ຫົວໜ້າ​ຜູ້​ແທນ ຫວຽດນາມ ທີ່​ກອງ​ປະຊຸມ​ຄັ້ງ​ທີ 38 ຄະນະ​ກຳມະການ​ມໍລະດົກ​ໂລກ, ນີ້​ແມ່ນ​ມໍລະດົກ​ປະ​ສົມ​ຄັ້ງ​ທຳ​ອິດ​ຂອງ ຫວຽດນາມ ​ໄດ້​ຮັບ​ການ​ຮັບຮອງນັບ​ທັງ​ມາດຖານ​ວັດທະນະທຳ ​ແລະ ທຳ​ມະ​ຊາດ​ຂອງ​ໂລກ. ທ່ານ​ນາງ ດັ້ງ​ທິບີ​ກລຽນ, ​ໃຫ້​ຮູ້​ວ່າ:

    “​ສຳ​ເນົາ​ເອກະສານ​ຂອງ ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ສະມາຊິກ​ຂອງ​ຄະນະ​ກຳມະການ ຍ້ອນ​ວ່າ​ກ່ອນ​ນີ້ 10 ປີ, ​ແຂວງ ນີງບິ່ງ ​ໄດ້​ເປັນ​ເຈົ້າ​ການ​ເຊື້ອ​ເຊີນ​ບັນດາ​ນັກ​ຊ່ຽວຊານ ​ໂລກ ດຳ​ເນີນ​ການ​ຄົ້ນຄ້ວາ​ປະຫວັດສາດ​ເດີມ ​ແລະ ​ໄດ້​ພິ​ເສດໃຫ້​ໂລກ​ເຫັນ​​ໄດ້ວ່າ​ຄົນ​ ຫວຽດນາມ ບູຮານ ​ໄດ້​ດຳ​ລົງ​ຊີວິດ​ຢູ່ ຈ່າງ​ອານ. ບັນດາ​ສະມາຊິກ​ຂອງ​ຄະນະ​ກຳມະການ​ຕີ​ລາຄາ​​ວ່າເຂດ​ທັດສະນີ​ຍະ​ພາບ ຈ່າງ​ອານ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຂດ​ທັດສະນີ​ຍະ​ພາບ​ໜຶ່ງ​ດຽວ​ໃນ​ໂລກ​ທັງ​ມີ​ຄຸນ​ຄ່າ​ດ້ານ​ວັດທະນະທຳ, ທັງ​ມີ​ຄຸນຄ່າ​ທຳ​ມະ​ຊາດ​ໄດ້ຮັບ​ການ​ອະນຸລັກ​ຮັກສາ ​ແລະ ຮັກສາ​​​ເໝືອນ​ເດີມ. 2 ອົງການທີ່​ປຶກສາ​ຂອງ​ຄະນະ​ກຳມະການ​ກໍ່ຕີ​ລາຄາ​ສູງ ​ແລະ ຖື​ວ່າ ຈ່າງ​ອານ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທັດສະນີ​ຍະ​ພາບ​ສວຍງາມ​ທີ່​ສຸ​​ດຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້.”

 


ຂ່າວ/ບົດ​ອື່ນ