ຫວຽດນາມຢຶດໝັ້ນກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍທິດ ແລະຫຼາຍຝ່າຍ

(VOVWORLD) -ໂດຍແມ່ນປະເທດສະມາຊິກທີ່ຕັ້ງໜ້າ ແລະ ມີຄວມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ, ຍູ້ແຮງການສະກັດກັ້ນ ແລະ ແກ້ໄຂການປະທະກັນ
ຫວຽດນາມຢຶດໝັ້ນກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍທິດ ແລະຫຼາຍຝ່າຍ - ảnh 1ບັນດາຜູ້ຕາງໜ້າເຂົ້າຮ່ວມວາລະປະຊຸມ
(ພາບ: TTXVN)

ຕອນຄ່ຳວັນທີ 19 ເມສາ, ຈາກ ຮ່າໂນ້ຍ, ດ້ວຍບົດບາດເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານຈັດວາລະປະຊຸມປຶກສາຫາລືເປີດຂັ້ນສູງທາງອອນລາຍ ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງຢູ່ພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາໃນການສະກັດກັ້ນການປະທະກັນ”.

        ກ່າວຄຳເຫັນທີ່ວາລະໄຂ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ໂດຍແມ່ນປະເທດສະມາຊິກທີ່ຕັ້ງໜ້າ ແລະ ມີຄວມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ, ຍູ້ແຮງການສະກັດກັ້ນ ແລະ ແກ້ໄຂການປະທະກັນ, ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງຢູ່ພາກພື້ນໃນການຮັກສາສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ.      ຕາມທ່ານປະທານປະເທດ ຫວຽນຊວັນຟຸກ ແລ້ວ, ເຖິງວ່າສັນຕິພາບ, ການຮ່ວມມື, ພັດທະນາ ສືບຕໍ່ແມ່ນທ່າອ່ຽງ ແລະ ຄວາມຄາດຫວັງຢ່າງໃຫຍ່ຫຼວງຂອງທຸກປະເທດ, ທຸກຊົນຊາດ, ແຕ່ເຖິງຢ່າງໃດກໍ່ຕາມ ມະນຸດພວມດຳລົງຊີວິດໃນສະພາບແວດລ້ອມຄວາມໝັ້ນຄົງສະຫຼັບກັບສິ່ງທ້າທາຍຫຼາຍຢ່າງ, ເຊິ່ງຮຽກຮ້ອງຕ້ອງເພີ່ມທະວີຄວາມສາມັກຄີສາກົນຍິ່ງກວ່າເວລາໃດໝົດ. ບົນພື້ນຖານໄຈ້ແຍກບັນດາສິ່ງທ້າທາຍເຊິ່ງມະນຸດພວມປະເຊີນໜ້າ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີບາງມາດຕະການແກ້ໄຂເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສະກັດກັ້ນການປະທະກັນ. ຕາມນັ້ນແລ້ວ, ສະຫະປະຊາຊາດຕ້ອງນຳໜ້າການເພີ່ມທະວີບັນງາການເຄື່ອນໄຫວຮ່ວມມື, ແບ່ງປັນບົດຮຽນ, ພຶດຕິກຳຕົວຈິງໃຫ້ເປັນຢ່າງດີ ກ່ຽວກັບການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໂອ້ລົມສົນທະນາໃນການສະກັດກັ້ນການປະທະກັນ. ປະຊາຄົມສາກົນສືບຕໍ່ຍົກສູງບົດບາດຂອງລັດທິຫຼາຍຝ່າຍ ແລະ ເພີ່ມທະວີການເຄົາລົບກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ