ຫວຽດນາມ-ສິງກະໂປເພີ່ມທະວີການຮ່ວມມື,ພົບປະແລກປ່ຽນປະຊາຊົນ

ຫວຽດນາມ-ສິງກະໂປເພີ່ມທະວີການຮ່ວມມື,ພົບປະແລກປ່ຽນປະຊາຊົນ - ảnh 1
ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງຄະ​ນະ​ກຳ​ມະ​ການ​ສູນ​ກາງ
​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມແລະ ສະ​ຫະ​ສະ​ມາ​ຄົມ​ປະ​ຊາ​ຊົນ ສິງ​ກະ​ໂປ
(vovworld)- ຕອນ​ບ່າຍ​ວັນ​ທີ 20/6 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ສະ​ຫະ​ສະ​ມາ​ຄົມ​ປະ​ຊາ​ຊົນ ສິງ​ກະ​ໂປ ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ໂຄງການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໄລ​ຍະ 2017-2019. ຕາມນັ້ນ​ແລ້ວ, ສອງ​ປະ​ເທດ ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ, ຮັດ​ແຫນ້ນ​ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ​ບັນ​ດາ​ຜູ້​ອາ​ສາ​ສະ​ໝັກ ສິງ​ກະ​ໂປ ແລະ ຫວຽດ​ນາມ ​ໂດຍຜ່ານ​ບັນ​ດາ​ໂຄງ​ການ​ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ສອງ​ຝ່າຍ. ລະ​ອຽດ​ຄື: ສອງ​ຝ່າຍ​ຈະ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ເພື່ອ​ແລກ​ປ່ຽນ, ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ, ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ເຂົ້າ​ຮ່ວມ​ການ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ ກ່ຽວ​ກັບ​ໂຄງ​ການ​ພັດ​ທະ​ນາ​ວົງ​ຄະ​ນາ​ຍາດ ແລະ ບັນ​ດາ​ການ​ເຄືື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຄື​ດັ່ງ​ບັນ​ດາ​ປັດ​ໄຈ​ຫລັກ​ແຫລ່ງ, ສ້າງ​ຄວາມ​ສະ​ຫນິດ​ຕິດ​ພັນ ແລະ ຄວາມ​ກົມ​ກຽວ​ສັງ​ຄົມ.

ກ່ອນ​ຫນ້ານັ້ນ, ທີ່​ການ​ເຮັດ​ວຽກ​ກັບ​ຄະ​ນະ​ຜູ້​ແທນ ສະ​ຫະ​ສະ​ມາ​ຄົມ​ປະ​ຊາ​ຊົນ ສິງ​ກະ​ໂປ ໂດຍ​ທ່ານ Ang Hak Seng ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຫະ​ສະ​ມາ​ຄົມ​ດັ່ງ​ກ່າວ​ເປັນ​ຫົວ​ຫນ້າ​ຄະ​ນະ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເຈີນ​ແທງ​ເມີນ ໄດ້​ຢືນ​ຢັນວ່າ: ປະ​ຊາ​ຊົນ​ຫວຽດ​ນາມ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນເມື່ອ​ເຫັນ​ວ່າ ​ການ​ຮ່ວມ​ມື, ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ສືບ​ຕໍ່​ພັດ​ທະ​ນາ ແລະ ນັບ​ມື້​ນັບ​ນຳ​ມ​າ​ເຊິ່ງ​ປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ, ໃນ​ນັ້ນ ມີ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ສະ​ຫະ​ສະ​ມາ​ຄົມ​ປະ​ຊາ​ຊົນ ສິງ​ກະ​ໂປ. ຜ່ານ​ການ​ຮ່ວມ​ມື ສອງ​ຝ່າຍ​ເຫັນ​ວ່າ ມີ​ຫລາຍຈຸດ​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ຮູບ​ການ​ເຄື່ອນ​ໄຫວ ແລະ ຈຸດ​ໝາຍ​ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ​ເຂດ​ຊຸມ​ຊົນ, ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ຂັ້ນ​ຮາກ​ຖານ.

ຕອບກັບ

ຂ່າວ/ບົດ​ອື່ນ