ຫວຽດນາມສົ່ງສານການທູດຄັດຄ້ານຈີນເຖິງເລຂາທິການໃຫຍ່ສປຊ

 

ຫວຽດນາມສົ່ງສານການທູດຄັດຄ້ານຈີນເຖິງເລຂາທິການໃຫຍ່ສປຊ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສປຊ Bankimoon

(vovworld)- ​ ​ແຕ່​ວັນ​ທີ 28/5, ຄະ​ນະ​ຜູ້ຕາງຫນ້າ​ຫວຽດນາມ​ປະຈຳ ສ​ປຊ ​ໄດ້​ສົ່ງ​ຈົດໝາຍ​ໃຫ້​ແກ່​ທ່ານ​ເລຂາທິການ​ໃຫຍ່ ສປຊ Bankimoon ສະ​ເຫ​ນີປະກາດ​ສານ​ການ​ທູດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ສົ່ງ​ເຖິງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ຄັດຄ້ານ​ເລື່ອງ​ຈີນ ບໍ່​ຍອມຮັບ​ຢຸດຕິ​ບັນດາການ​ກະທຳ​ລະ​ເມີດ​ອະທິປະ​ໄຕ ​ແລະ ອຳນາດ​ສານ​ຂອງ​ຫວຽດນາມ​ ສຳລັບ​ເຂດ​ເສດຖະກິດ​ຈຳ​ເພາະຂອງ​ຫວຽດນາມ ຕາມ​ກຳນົດ​ຂອງ​ສົນ​ທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ຊື່​ງທັງ​ຝ່າຍ​ຫວຽດນາມ ​ແລະ ຈີນ ລ້ວນ​ແຕ່​ເປັນ​ສະມາຊິກ. ​ໃນ​ສານ​ການ​ທູດ, ຫວຽດນາມ ​ເດັດ​ດຽ່ວ​ປະຕິ​ເສດ​ຂໍ​້ອ້າງ​​ແກ້​ຄວາມຂອງ​ຝ່າຍ​ຈີນ ​ໂດຍ​ຖື​ວ່າ: ບ່ອນ​ທີ່​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ​ແມ່ນ​ຂຶ້ນ​ກັບ​ເຂດ​ທະ​ເລ​ຂອງ​ອັນ​ທີ່​ເອີ້ນ​ວ່າ“ໝູ່​ເກາະ​ໄຕ​ຊາ”. ຫວຽດນາມ​ຢືນຢັນ​ອີກ​ຄັ້ງ​ຫນຶ່ງ​ວ່າ“ໝູ່​ເກາະ​ໄຕ​ຊາ ຊື່​ງຝ່າຍ​ຈີນ​ເວົ້າ​ເຖິງ​ນັ້ນ​ແມ່ນ ໝູ່​ເກາະ​ຮ່ວາງ​ຊາ​ຂອງ​ຫວຽດນາມ ຊື່​ງຈີນ​ໄດ້​ຢືດຄອງ​ຢ່າງ​ຜິດ​ກົດໝາຍ​ດ້ວຍ​ກຳລັງ​ອາວຸດ​ເມື່ອ​ປີ 1974. ຫວຽດນາມ ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ພ້ອມ​ກັບ​ກຳ​ປ່ັນ​ຄຸ້ມ​ຊູ​ທັງ​ໝົດ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ຢຸດຕິ​ທຸກ​ການ​​ເຄື່ອນ​ໄຫວ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ໝັ້ນຄົງ ຄວາ​ມປອດ​ໄພການ​ເດີນ​ທະ​ເລ​ກໍ​ຄື​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ.  ຫວຽດນາມ ຢືນຢັນ​ວ່າ: ພາຍຫລັງ​ຈີນ​ຖອນ​ຮ້ານ​ເຈາະ​ນ້ຳມັນ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ, 2 ຝ່າຍ ຈະ​ປືກສາ​ຫາລື​ບັນດາ​ມາດ​ຕະການ​ກວດກາ​ສະພາບ​ການ​ ​ແລະ ບັນດາ​ບັນຫາ​ບົນ​ທະ​ເລ​ລະຫວ່າງ​ສອງ​ປະ​ເທດເປັນ​ປົກກະຕິ. ຄະນະ​ຜູ້ຕາງຫນ້າ​ຫວຽດນາມ ປະຈຳ ສປຊ ສະ​ເຫ​ນີທ່ານ​ເລ​ຂາ​ທິການ​ໃຫຍ່ ສປຊ ຈົ່ງ​ປະກາດ​ສານ​ການ​ທູດ​ສະບັບ​ດັ່ງກ່າວ​ຄື​ດັ່ງ​ເອກະສານ​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສປຊ ຊຸດ​ທີ 68.

ຂ່າວ/ບົດ​ອື່ນ