ຫວຽດນາມສືບຕໍ່ປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ

(VOVWORLD) -ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມໜ່ວຍປະຕິບັດງານລະຫວ່າງຂະແໜງກ່ຽວກັບເລື່ອງຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ
ຫວຽດນາມສືບຕໍ່ປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ - ảnh 1

ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບວິຍາຄານເສນາຮັກ ດຳເນີນການກວດກາ, ດັດປັບ ແລະ ປະກາດບຸກຄະລາກອນກັບໂຮງໝໍກາງສະໜາມລະດັບ 2 ຊຶ່ງລວມມີບຸກຄະລາກອນຖາວອນ 63 ຄົນ,  ສຳຮອງ 7 ຄົນ, ໃນນັ້ນ ມີເພດຍິງ 10 ຄົນ. ທ່ານພົນໂທ ຫງວຽນຈີ້ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ່ວຍ ປະຕິບັດງານລະຫວ່າງຂະແໜງ ໃຫ້ຮູ້ວ່າ :

     “ ໂຮງລະດັບ 2 ເລກ 1 ໄດ້ສຳເລັດໜ້າທີ່ເປັນຢ່າງດີ ແລະ ໂຮງລະດັບ 2 ເລກ 2 ຈະຮັບໜ້າທີ່ ແລະ ໝາກຜົນຜ່ານ 1 ປີທີ່ຜ່ານມາ ແລະ ບັນດາບົດຮຽນທີ່ພວກເຮົາໄດ້ຖອດຖອນມາໄດ້. ທີ 2 ແມ່ນ ພວກເຮົາຕ້ອງຮັບປະກັນອັດຕາສ່ວນ ເພດຍິງບໍ່ຕ່ຳກ່ວາ ແລະ ລະດັບຕ້ອງສູງກ່ວາ. ພວກຂ້າພະເຈົ້າ ພວມຄົ້ນຄ້ວາວິທີກໍ່ສ້າງໂຮງໝໍ ດ້ວຍການຫຼຸດຜ່ອນຂີ້ເຫຍື້ອ, ຢ່າງປລາດສຕິກ . ນີ້ແມ່ນມາດຕະຖານທີ່ສຳຄັນພິເສດຂອງສະຫະປະຊາຊາດ”

ຕອບກັບ

ຂ່າວ/ບົດ​ອື່ນ