ຫວຽດນາມຫວັງເພີ່ມທະວີການຮ່ວມມືກັບສະຫະພາບເອີລົບ ໃນທຸກໆຂົງເຂດ


ຫວຽດນາມຫວັງເພີ່ມທະວີການຮ່ວມມືກັບສະຫະພາບເອີລົບ ໃນທຸກໆຂົງເຂດ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງທີ່​ການ​
ຕ້ອນຮັບ ທ່ານ​ຮອງ​ປະທານ​ຄະນະ​ກຳມະການ ​ເອີ​ລົບ  Antonio Tajani 

(vovworld) – ຫວຽດນາມ​ຫວັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສະຫະພາບ​ເອີ​ລົບ ​ໃນ​ທຸກໆ​ຂົງ​ເຂດ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງທີ່​ການ​ຕ້ອນຮັບ ທ່ານ​ຮອງ​ປະທານ​ຄະນະ​ກຳມະການ ​ເອີ​ລົບ, ຂ້າ​ຫຼວງ​ໃຫຍ່​ຮັບຜິ​ດຊອບ​ດ້ານອຸດສາຫະກຳ - ການ​ຄ້າ Antonio Tajani ຊຶ່ງ​ພວມ​ຢ້ຽມຢາມ​ຫວຽດນາມ​ໃນ​ຕອນ​ບ່າຍ ວັນ​ທີ 13/11, ຢູ່ ຮ່າ​ໂນ້ຍ.

    ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ຢືນຢັນ​ວ່າ ລັດຖະບານ​ຫວຽດນາມ​ຊົມ​ເຊີຍ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ,​ນັກ​ລົງທຶນ​ເອີ​ລົບ​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ດ້ານ​ການ​ຄ້າ, ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢ່ງມີ​ປະສິດທິ​ຜົນ ​ແລະ ຍາວ​ນານຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ສະ​ເໜີ​ຄະນະ​ກຳມະການ​ເອີ​ລົບ​ຈົ່ງ​ຕັ້ງໜ້າ​ຊຸກຍູ້​ເພື່ອ​ໃຫ້​ສັດຕະຍາບັນ​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-ສະຫະພາບ​ເອີ​ລົບ; 2 ຝ່່າຍສືບ​ຕໍ່​ຍູ້​ໄວ​ວິວັດທະນາ​ການ​ເຈລະຈາ ​ແລ​ະ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ-ສະຫະພາບ​ເອີ​ລົບ​ໃນ​ປີ 2014. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ຍັງ​ສະ​ເໜີສະຫະພາບ​ເອີ​ລົບ ຮັບ​ຮູ້​ຂໍ້​ກຳນົດ​ເສດຖະກິດ​ຕະຫຼາດ​ໃຫ້​ຫວຽດນາມ​ໂດຍ​ໄວ, ສືບ​ຕໍ່​ຊ່ວຍ​ເຫຼືອ​ທຶນ ODA ທີ່​ມີ​ຕໍ່​ຫວຽດນາມ.

   ສ່ວນທ່ານ​ຮອງ​ປະທານ​ຄະນະ​ກຳມະການ ​ເອີ​ລົບ, ຂ້າ​ຫຼວງ​ໃຫຍ່​ຮັບຜິ​ດຊອບ​ດ້ານອຸດສາຫະກຳ - ການ​ຄ້າ Antonio Tajani ຢືນຢັນ​ວ່າ ສະຫະພາບ​ເອີ​ລົບຫວັງ​ເພ່ີມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ, ພິ​ເສດ​ແມ່ນ​ການ​ຮ່ວມ​ມືລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ໃນ​ຫຼາຍ​ຂົງ​ເຂດ​ຄື ປຸ່ງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ,​ ການທ່ອງທ່ຽວ, ທາດ​ເຄມີ....

  ແລະ ກໍໃນວັນ​ທີ 13/11, ຢູ່ ຮ່າ​ໂນ້ຍ, ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຮ່ວາງ​ຕ໋ວນ​ແອ​ງ ​ແລະ ທ່ານ​ຮອງ​ປະທານ​ຄະນະ​ກຳມະການ ​ເອີ​ລົບ, ຂ້າ​ຫຼວງ​ໃຫຍ່​ຮັບຜິ​ດຊອບ​ດ້ານອຸດສາຫະກຳ - ການ​ຄ້າ Antonio Tajani ​ເຊັນໂຄງການຮ່ວມມືລະຫວ່າງ​ລັດຖະບານ ຫວຽດນາມ ​ແລະ ສະຫະພາບ ​ເອີ​ລົບ ໃນ​ຂົງ​ເຂດ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ. ​ໂຄງການ​ຮ່ວມ​ມື​ຮັບ​ການ​ລົງ​ນາມ​ໄດ້​ສະ​ແດງ​ຄວາມ​ມານະ​ພະຍາຍາມ​ຂອງ ສະຫະພາບ ​ເອີ​ລົບ (ອີ​ຢູ) ​ແລະ ຫວຽດນາມ ​ເພື່​ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ຂອບ​ສົນທະນາ​ຫາລື​ເປັນ​ປະຈຳ ​ແລະ ​ແລ​ກປ່ຽນ​ຂໍ້​ມູນ​ຂ່າວສານ​ລະຫວ່າງ​ບັນດາ​ອົງກາ​ນຮັບຜິດຊອບ​ການທ່ອງທ່ຽວ​ກ່ຽວ​ກັບ​ບັນດາ​ຂໍ້​ລິ​ເລີ່​ມທີ່​ກ່ຽວຂ້ອງ​​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ, ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ມີ​ລັກສະນະ​ແກ່ງ​ແຍ້​ງ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ​ຢູ່ ອີ​ຢູ ​ແລະ ຫວຽດນາມ. 2 ຝ່າຍ​ຕົກລົງ​ປະຕິບັດ​ການ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ພັດທະນາ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ​ລະຫວ່າງ​ອົງການ​ຮັບຜິດຊອບ​ທ່ອງ​ທ່ຽວ ​ແລະ ບັນດາ​ຝ່າຍ​ກ່ຽວຂ້ອງ​ຢູ່ ​ເອີ​ລົບ ​ແລະ ຫວຽດນາມ, ​ເພື່ອ​ແນ​ໃສ່​ພັດທະນາ​ທັກ​ສະການ ​ແລະ ຍົກ​ສູງ​ຄຸນ​ນະພາ​ບບໍລິການ​ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ