ຫວຽດນາມອອກສະໝັກເລືອກຕັ້ງເປັນສະມາຊິກສະພາບໍລິຫານງານUNESCOອາຍຸການ2015-2019

ຫວຽດນາມອອກສະໝັກເລືອກຕັ້ງເປັນສະມາຊິກສະພາບໍລິຫານງານUNESCOອາຍຸການ2015-2019 - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ
 ຟ້າ​ມກົງ​ຕາກ ມີ​ການ​ເຄື່ອນ​ໄຫວ​ສຳລັບ​ຫຼາຍ​ຢ່າງ​ທີ່​ກອງ​ປະຊຸມ
(ພາບ: TTXVN)


(vovworld) – ກອງ​ປະຊຸມ​ຄັ້ງ​ທີ 38 ຂອງ​ອົງການ UNESCO ​ຖື​ກ​ໄຂ​ຂຶ້ນ​ໃນ​ວັນ​ທີ 03/11, ຢູ່​ສຳນັກງານ UNESCO ທີ່​ປາຣີ, ປະ​ເທ​ດຝລັ່ງ. ຜູ້ຕາງ​ໜ້າ​ຂອງ 195 ປະ​ເທດ​ສະມາຊິກ, ບັນດາ​ປະ​ເທດຮ່ວມ​ສຳພັນ, ປະ​ເທດ​ສັງ​ເກດ​ການ, ອົງການຈັດ​ຕັ້ງ​ສາກົນ​ ​ແລະ ບໍ່ຂຶ້ນ​ກັບ​ລັດຖະບານ ​ໄດ້​ເຂ​ົ້າຮ່ວມ​ກອງ​ປະຊຸມ. ​ໃນ​ໄລ​ຍະ​ດຳ​ເນີນ​ກອງ​ປະຊຸມ, ​ແຕ່​ວັນ​ທີ 03 – 18/11, ຜູ້ຕາງໜ້າ​ບັນດາ​ປະ​ເທດ ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກຳນົດ​ທິດ​ຂອງ UNESCO ​ໃນ 2 ປີ​ຈະ​ມາ​ເຖິງ​, ​ໄລຍະ 2015 – 2017, ​ໃນ​ນັ້ນ​ບັນດາ​ທິດທາງການ​ເຄື່ອນ​ໄຫວ​ຕ້ອງ​ຄດພັນ​ກັບ​ເປົ້າ​ໝາຍທົ່ວ​ໂລກກ່ຽວ​ກັບ​ການ​ພັດທະນາ​ແບບຍືນ​ຍົງ ​ເຊິ່ງສະຫະ​ປະຊາ​ຊາດ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສຸດ​ຍອດ ຖືກຈັດ​ຂຶ້ນ​ໃນ​ເດືອນ 09 ຜ່ານ​ມາ​ຢູ່​ນິວຢອກ. ​ແລະ​ກໍ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, UNESCO ຈະ​ຈັດ​ພິທີ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ.

      ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຟ້າ​ມກົງ​ຕາກ ນຳ​ໜ້າ ​ໄດ​້ມີ​ການ​ເຄື່ອນ​ໄຫວ​ສຳລັບ​ຫຼາຍ​ຢ່າງ​ທີ່​ກອງ​ປະຊຸມ. ພົ້ນ​​ເດັ່ນ​ແມ່ນ​ຫວຽດນາມ ຈະ​ອອກ​ສະໝັກ​ເລືອກ​ຕັ້ງ​​​ເປັນ​ສະມາຊິກ​ຂອງ​ສະພາ​ບໍລິຫານງານ UNESCO ອາຍ​ຸການ 2015 – 2019. ຕາມ​ລາຍການ, ທ່ານ ຟ້າ​ມກົງ​ຕາກ ຈະ​ມີ​ບົດ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​​ສະມັດຊາ​ໃຫຍ່​ UNESCO ໃນ​ວັນ​ທີ 06/11; ສະ​ເໜີ​ໃຫ້ສະມັດຊາ​ໃຫຍ່ຮັບ​ຮອງສູນ​ຟິຊິກ, ​ແລະ ສູນ​ຄະນິດສາດ ​ແມ່ນຂຶ້ນ​ກັບ UNESCO…

ຂ່າວ/ບົດ​ອື່ນ