ຫວຽດນາມເຂົ້າຮ່ວມ ເວທີປາໄສວິສາຫະກິດໜຸ່ມ ອາຊຽນ-ຈີນຄັ້ງທີ 7


   ຫວຽດນາມເຂົ້າຮ່ວມ ເວທີປາໄສວິສາຫະກິດໜຸ່ມ ອາຊຽນ-ຈີນຄັ້ງທີ 7 - ảnh 1
ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບເວ​ທີ​ປາ​ໄສວິ​ສາ​ຫະ​ກິດອາ​ຊຽນ-ຈີນ​ຄັ້ງ​ທີ 7

(vovworld)- ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ໜຸ່ມ ອາ​ຊຽນ-ຈີນ​ຄັ້ງ​ທີ 7 ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 6/8 ຢູ່​ນະ​ຄອນຫຼວງວຽງ​ຈັນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ທຸ​ລະ​ກິດກວ່າ 400 ຄົນ​ທີ່​ມາ​ຈາກ 10 ປະ​ເທດ​ອາ​ຊຽນ ແລະ ຈີນ, ໃນ​ນັ້ນ​ມີ​ນັກ​ທຸ​ລະ​ກິດ​ໜຸ່ມ 21 ຄົນ​ຂອງ​ຫວຽດ​ນາມ. ໃນ​ການ​ເຄ​ື່ອນ​ໄຫວ​ເປັນ​ເວ​ລາ 2 ວັນ, ບັນ​ດາ​ນັກ​ທຸ​ລະ​ກິດ​ໜຸ່ມ​ອາ​ຊຽນ ແລະ ຈີນ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດຳ​ເນີ​ນທຸ​ລະ​ກິດ, ພິ​ເສດ​ແມ່ນ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ. ພ້ອມ​ກັນ​ນັ້ນ, ເວ​ທີ​ປາ​ໄສ​ຍັງ​ປະ​ກອບ​ສ່ວນ​ເພີີ່ມ​ທະ​ວີ​ການ​ຮ່ວມ​ມື​ຂ້າມ​ຊາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ແຕກ​ຕ່າງ​ກັນ….

 

 

ຂ່າວ/ບົດ​ອື່ນ