ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດບັນດານະຄອນໃນໂລກຄັ້ງທີິ7

ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດບັນດານະຄອນໃນໂລກຄັ້ງທີິ7 - ảnh 1
ກອງປະຊຸມສຸດຍອດບັນດານະຄອນໃນໂລກຄັ້ງທີິ7
(ພາບ: TTXVN)

(vovworld) - ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ນະ​ຄອນ​ໃນ​ໂລກ​ຄັ້ງ​ທີ 7 ຖືກ​ໄຂ​ຂຶ້ນ​ຢູ່​ປະ​ເທດ​ສິງ​ກະ​ໂປ ໃນ​ຕອນ​ຄ່່ຳ​ວັນ​ທີ 10/07 ຢ່າງ​ເປັນ​ທາງ​ການ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການນ​ນຳ ແລະ ເຈົ້າ​ຄອງ​ນະ​ຄອນ​ກວ່າ 110 ທ່ານ​ໃນ​ທົ່ວ​ໂລກ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂ​ົ້​າ​ຮ່ວມກອງ​ປ​ະ​ຊຸມ ມີ​ຜູ້​ຕາງ​ໜ້າ​ຂອງ 6 ແຂວງ, ນະ​ຄອນ​​ຄື​: ຮ່າ​ໂນ້ຍ, ນະ​ຄອນ​ໂຮ່​ຈິ​ມິນ, ດ່ານັ້ງ, ແຄ໋ງ​ຮ່​ວາ, ກວາງ​ງ້າຍ ແລະ ເທື່ອ​ທຽນ - ເຫ້ວ. ດ້ວຍ​ຫົວ​ຂໍ້​ວ່າ, “ນະ​ຄອນ​ເປັນ​ໜ້າ​ດຳ​ລົງ​ຊີ​ວິດ ແລະ ໝັ້​ນ​ຄົງ: ກາ​ລະ​ໂອ​ກາດ​ໃ​ຫ້​ບັນ​ດາ​ນະ​ຄອນ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ”, ກອງ​ປະ​ຊຸມ​​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຂອງ​ຕົວ​ເມືອງຜ່ານ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ກ​ໍ​ຄື​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ບັນ​ດາ​ວິ​ວັດ​ການ ແລະ ​ບັນ​ດາເຄື່ອງມື ​ຄຸ້ມ​ຄອງ​ສາ​ມາດ​ນຳ​ໃຊ້ໄດ້, ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ການ​ປ່ຽນ​ໃໝ່ ແລະ ພັດ​ທະ​ນາ, ເພື່ອ​ແນ​ໃສ່​ສ້າງ​ບັນ​ດາ​ກາ​ລະ​ໂອ​ກາດ​ໃຫ້​ປະ​ຊາ​ຊົນ ກໍ​ຄື​ພາກ​ພື້ນ​ເອ​ກະ​ຊົນ​ພ້ອ​ມ​ກັນ​ສ້າງ​ບັນ​ດາ​​ວິ​ທີການ​ແກ້​ໄຂ​ຕົວ​ເມືອງ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ​ເຕົ້າ​ໂຮມ​ເພື່ອ​ການ​ດຳ​ລົງ​ຊີ​ວິດໃນ​ອະ​ນາ​ຄົ​ດ​ດີກວ່າ ແລະ ​ໝັ້ນ​ຄົງກວ່າ. ໃນ​ກອງ​ປະ​ຊຸ​ມ​​ທີ່​ດຳ​ເນີນ​​ໃນ​ລະ​ຫວ່າງວັນ​ທີ 11 – 14/07, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ຈະ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ຢູ່​ບາງວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ກໍ​ຄື​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ໃນ​ຂອບ​ເຂດກອງ​ປະ​ຊຸມ.

        ຢູ່ນອກກອງ​ປະ​ຊຸມ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປ​ະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ຫງວຽນ​ດຶກ​ຈຸງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເຈ​ົ້າ​ຄອງ​ນະ​ຄອນ Seoul, ສ.ເກົາ​ຫຼີ Park Won Soon ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ 2 ຝ່າຍ, ກໍ​ຄື​ແລກ​ປ່ຽນ​ບາງ​ເນື້ອ​ໃນ​​ການຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມ​າ​ເຖິງ.

ຂ່າວ/ບົດ​ອື່ນ