ຫວຽດນາມເປັນປະທານຮ່ວມຈັດຕັ້ງການໂອ້ລົມສົນທະນາສາກົນບັນຫາເດັກນ້ອຍແລະຄອບຄົວ

ຫວຽດນາມເປັນປະທານຮ່ວມຈັດຕັ້ງການໂອ້ລົມສົນທະນາສາກົນບັນຫາເດັກນ້ອຍແລະຄອບຄົວ - ảnh 1
(ພາບປະກອບ)

(vovworld) – ​​​ວັນ​ທີ 2/09, ຢູ່​ນອກ​ກອງ​ປະຊຸມ​ຄັ້ງ​ທີ 30 ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ. ຫວຽດນາມ ​ໄດ້​ພ້ອມ​ກັບ​ ​ແກນ​ເນ​ຍ, ປອກຕຸ​ຍການ ​ແລະ ອູຣຸກວາ​ຍ ​​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ສາກົນ​ກ່ຽວ​ກັບ “ການລົງທຶນ​ເຂົ້າ​ເດັກນ້ອຍ​ ​ແລະ​ຄອບຄົວ ​ເພື່ອ​ຫຼຸ​ດຜ່ອນ​ສະພາບ​​ເດັກ​ຖືກປອຍ​ປະ ຫຼື ຖືກ​​ແຍກ​ອອກ​ຈາກ​ຄອບຄົວ”. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ​້ລົ​ມສົນທະນາ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ຈຸ​ງ​ແທ່ງ, ຫົວ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຢູ່​ຂ້າງ​ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ສາກົນ ​ແລະ ບັນດາ​ອົງການ​ສາກົນ​ອື່ນ​ຢູ່​ເຊີ​ແນວ, ​ໄດ້​ຕີ​ລາຄາ​ສູງ​ຄວາມ​ເອົາ​ໃຈ​ໃສ່​ແບ່ງປັນ​ຂອງ​ບັນດາປະ​ເທດ, ອົງການ​ຈັດ​ຕັ້ງ​ການ​ເມືອງ​ສັງຄົມ ​ເຖິງ​ບັນຫາ​ລວມຢູ່​ຫຼາຍປະ​ເທດ ນັ້ນ​ແມ່ນ​ສະພາບ​ເດັກນ້ອຍ​ຖື​ກປອຍປະ ຫຼື ຖືກ​​ແຍກ​ອອກ​ຈາກ​ຄອບຄົວ ​ຍ້ອນ​ສາຍ​​ເຫດດ້ານ​ເສດຖະກິດ - ສັງຄົມ​ທີ່​ແຕກ​ຕ່າງ​ກັນ. ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫວຽນ​ຈຸ​ງ​ແທ່ງ ​ໃຫ້​ຮູ້​ວ່າ: ຢູ່​ຫວຽດນາມ, ​ໄດ​້ປະກາດ​ໃຊ້ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ, ​ເບິ່ງ​ແຍງດູ​ແລ ​ແລະ ສຶກສາ​ເດັກ​ປີ 2004 ​ແລະ​ ສະຫງວນ​ພາກທີ 4 ກຳນົດ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປົກ​ປ້ອງ, ເບິ່ງ​ແຍ​ງດູ​ແລເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ, ​ໃນ​ນັ້ນ​ລວມທັງ​ເດັກ​ກຳພ້າ ​ແລະ ຖືກ​ປອຍປະ, ບໍ່​ມີ​ບ່ອນ​ເພິ​່ງພາ​ອາ​ໄສ. ລັດຖະບານ​ກໍ​ຮັບຮອງ​ເອົາ​​ບັນດາແຜນການ 5 ປີ​ກ່ຽວ​ກັບ​ການ​ຜັນຂະ​ຫຍາ​ຍບັນດາ​ໂຄງການ​ເບິ່ງ​ແຍງ, ດູ​ແລ​​ເດັກ​ກຳພ້າ, ​ເດັກບໍ່​ມີ​ບ່ອນເພິ່ງພາອາ​ໄສ, ​ເດັກ​ພິການ… ຢູ່​ປະຊາ​ຄົມ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈຸ​ງ​ແທ່ງ ຢືນຢັນ​ວ່າ, ຫວຽດນາມ ຈະມານະ​ພະຍາຍາມກວ່າ​ອີກ ​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້​ເດັກນ້ອຍ​ທຸກ​ຄົນ​ລ້ວນ​​ແຕ່​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ, ​ໄດ້​ຮັບ​ການ​ສຶກສາ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ, ອົງການ​ຈັດ​ຕັ້ງ​ສາກົນ​ໃນ​ຂົງ​ເຂດ​ນີ້​ຢ່າງ​ແໜ້ນ​​ແຟ້ນ.

ຂ່າວ/ບົດ​ອື່ນ