ຫວຽດນາມແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວແລະອາຫານການກິນຢູ່ເຢຍລະມັນ

ຫວຽດນາມແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວແລະອາຫານການກິນຢູ່ເຢຍລະມັນ - ảnh 1
​ທ່ານ ດ່ວນ​ຊວນ​ຮຶງ
ກ່າວ​ຄວາມ​ເຫັນ ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ
(ພາບ: vietnam+)

(vovworld) –​ ວັນ​ທີ 24/5 ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສາ​ທາ​ລະ​ນະ​ລັດ ​ສ​ະ​ຫະ​ພັນ​ເຢຍ​ລະ​ມັນ ​ໄດ້ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ ແນະ​ນຳ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນດ້ານ​ການ​ທ່ອງ​ທ່ຽວ ແລະ ອາ​ຫານການກິນ ຫວຽດ​ນາມ ໃນ​ຂອບ​ເຂດ​ສັບ​ປະ​ດາ ອາ​ຊີ-ປາ​ຊີ​ຟິກ (APW) ຄັ້ງ​ທີ 11 ທີ່​ກຳ​ລັງ​ດຳ​ເນີນ ຢູ່ Berlin. ກ່າວ​ຄວາມ​ເຫັນ ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ດ້ວຍ​ຫົວ​ຂໍ້ “ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ວັດ​ທະ​ນະ​ທຳ​ຫວຽດ​ນາມ” ​ເຊິ່ງດຳ​ເນີນ ຢູ່ ໂຮງ​ຮຽນ​ຄຸ້​ມ​ຄອງ ແລະ ເຕັກ​ໂນ​ໂລ​ຢີ​ອາ​ຊີ (ESMT), ​ທ່ານ ດ່ວນ​ຊວນ​ຮຶງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສາ​ທາ​ລະ​ນະ​ລັດ ​ສ​ະ​ຫະ​ພັນ​ເຢຍ​ລະ​ມັນ ເນັ້ນ​ໜັກວ່າ ການ​ພົວ​ພັນຄູ່​ຮ່ວ​ມ​ມື ຫວຽດ​ນາມ-ເຢຍ​ລະ​ມັນ ພວມ​ພັດ​ທະ​ນາ​ຢ່າງ​ສວຍ​ງາມ, ​ສິ່ງ​ເປັນໜ້າ​​ສົນ​ໃຈ​ ​ແມ່ນ​ການ​​ຢ້ຽມ​ຢາມ​ ​ເຢຍ​ລະ​ມັນ ຂອງ ທ່ານ ປະ​ທານ​ປະ​ເທດ ເຈືອງ​ເຕ​ີ໋ນ​ຊາງ ສຳ​ເລັດ​ຜົນ​ໃນປີ 2015  ໄດ້​ຊ່ວຍໃຫ້​ສອງ​ປະ​ເທດ ​ຍັບ​ເຂົ້​າ​​ມໍ່​ກັນ​ກວ່າ​ອີກ, ພ້ອມ​ທັງ​ເປີດ​ກ້​ວາງ​ ບັນ​ດາ​ກາ​ລະ​ໂອ​ກາດ​ການ​ຮ່ວມ​ມື ທີ່​ໃຫຍ່ຫຼວງ​ໃຫ້​ແກ່​ສອງ​ຝ່າຍ. ຕາມ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ແລ້ວ, ຫວຽດ​ນາມ ແລະ ສາ​ທາ​ລະ​ນະ​ລັດ ​ສ​ະ​ຫະ​ພັນ​ເຢຍ​ລະ​ມັນ ພວມ​ມີ​ການ​ຮ່ວມ​ມື ຢ່​າງ​ແໜ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ​​ໃນ​ທຸກ​ຂົງ​ເຂດ ແລະ ໃນ​ປີ 2016 ນີ້, ສອງ​ຝ່າຍ​ຈະ​​ສະ​ເຫຼີມ​ສະຫຼອງ 5 ປີ ​ແຫ່ງການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່​​ເນັ້ນ​ໜັກ​ວ່າ: ໃນ​ຂອບ​ເຂດ​ກອງປະ​ຊຸມ​ສຳ​ມະ​ນາ, ຫວຽດ​ນາມ ຢາກ​ແນະ​ນຳ​ເຖິງເພື່ອນມິດ​ເຢຍ​ລະ​ມັນ ກ່ຽວ​ກັບ​ປະ​ເທດ​​ທີ່​ມີ​ຄວາມ​ສະ​ໜິດ​ສະ​ໜົມ, ​ມີ​ຄວາມ​ສະ​ຫງົບປອດ​ໄພ ແລະ ​ເປັນຈຸດ​ນັດ​ພົບ​ທີ່​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​​ສົນ​ໃຈ​ ​ຈາກ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ. ຄຽງ​ຄູ່​ກັນ​ນັ້ນ, APW ປີນີ້ ກໍ່​ເປັນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ແນະ​ນຳ​ເຖິງເພື່ອນມິດ​ເຢຍ​ລະ​ມັນ ກ່ຽວ​ກັບ​ເຢື່ອງ​ອາ​ຫານ​ເຝີ, ​ເຊິ່ງ​ແມ່ນ​ເຢື່ອງ​ອາ​ຫານ​ທີ່ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ໄດ​້​ຮັບ​ການ​ຕີ​ລາ​ຄາ​ສູງ ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ