ຫວຽດນາມແມ່ນສະມາຊິກຕັ້ງໜ້າມີຄວາມຮັບຜິດຊອບໃນອົງການສາກົນໃຊ້ພາສາຝຣັ່ງ

ຫວຽດນາມແມ່ນສະມາຊິກຕັ້ງໜ້າມີຄວາມຮັບຜິດຊອບໃນອົງການສາກົນໃຊ້ພາສາຝຣັ່ງ - ảnh 1
ການໂອ້ລົມສົນທະນາລະຫວ່າງ 2 ຄະນະ

(vovworld) – ກ່າວຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນທະນາ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 13/3, ກັບ​ທ່ານ​​ເລຂາທິການ​​ໃຫຍ່​ອົງການ​ສາກົນ​​ໃຊ້​ພາສາ ຝຣັ່ງ Abdou Diouf, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ຕີ​ລາຄາ​ສູງ​ການ​ສົມທົບ, ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ຂອງ​ອົງການ​ສາກົນ​ໃຊ້​ພາສາ​ຝຣັ່ງ ກໍ່​ຄື​ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່ Abdou Diouf ສຳລັບ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ.

    ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ  ຢັ້ງຢືນ​ແຜ​ນນະ​​ໂຍບາຍ, ​ແນວ​ທາງ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ແມ່ນ​ເຂົ້າ​ຮ່ວມ​ປະຊາ​ຄົມ​ໂລກຢ່າງ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ​​ເພື່ອ​ຮັບ​ໃຊ້​ຈຸດໝາ​ຍລວມ​ແມ່ນ​ສັນຕິພາບ, ​ການ​ຮ່ວມ​ມື, ສາມັກຄີ, ມິດຕະພາບ, ​ເພີ່ມ​ທະວີ​ການ​ພົວພັນ​ຂອງ​ຫວຽດນາມ ກັບ​ບັນດາ​ປະ​ເທດ. ດັ່ງ​ນັ້ນ, ຫວຽດນາມ ສະໜັບສະໜູນ ​ທິດ​ທາງ​ໃຫຍ່ໃໝ່​ຂ​ອງກາ​ນຮ່ວມ​ມື​ພາສາ​ຝຣັ່ງ ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ວັດທະນະທຳ​ຫຼາຍ​ຮູບ​ແບບ, ພາສາ, ສັນຕິພາບ, ປະຊາທິປະ​ໄຕ, ສິດ​ທິມຸະນຸດ.​​..​

    ທ່ານ​ເລ​ຂາ​ທິການ​ໃຫຍ່ Abdou Diouf ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແມ່ນ​ສູນ​ກາງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ພາ​ສາ​ຝຣັ່ງ ຢູ່​ພາກ​ພື້ນ ກໍ່​ຄື​ຂອງອົງການ​ສາກົນ​ໃຊ້​ພາສາ ຝຣັ່ງ, ​ເຊິ່ງສະ​ແດງ​ອອກ​ຜ່ານ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ ຫວຽດນາມ ​ໃນ​ການ​ເຄື່ອນ​ໄຫວ, ​ເຫດການພາສາ ຝຣັ່ງ ​ຕ່າງໆໃນ​ທົ່ວ​​ໂລກ. ທ່ານ​ເລ​ຂາ​ທິການ​ໃຫຍ່ Abdou Diouf ປາດ​ຖະໜາ​ວ່າ ຫວຽດນາມ ສືບ​ຕໍ່​ເຂົ້າ​ຮ່ວມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໃຊ້​ພາສາ ຝຣັ່ງ ​ໃນ​ໄລຍະ​ຈະ​ມາ​ເຖິງ, ປະກອບສ່ວນ​ເປີດ​ກ້ວາງ​, ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ.

ຂ່າວ/ບົດ​ອື່ນ