ຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມື2ຝ່າຍ

ຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມື2ຝ່າຍ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫວູ​ວັນ​ນີງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​
ມົນ​ຕີ ຍີ່​ປຸ່ນ Shinzo Abe

(vovworld) – ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ອະ​ນາ​ຄົດ​ຂອງ​ອາ​ຊີ​ຄັ້ງ​ທີ 21 ຢູ່ ໂຕ​ກຽວ, ປະ​ເທດ ຍີ່​ປຸ່ນ, ຕອນ​ບ່​າຍ​ວັນ​ທີ 21/5, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫວູ​ວັນ​ນີງ ມີ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe. ນະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ໃຫ້ 2 ປະ​ເທດ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຜັນ​ຂະ​ຫຍາຍບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ສະ​ເໜີ​ໃຫ້​ລັດ​ຖະ​ບານ ຍີ່​ປຸ່ນ ສືບ​ຕໍ່​ສະ​ໜອງ​ແຫຼ່ງ​ທຶນ​ໜູນ​ຊ່ວຍ​ພັດ​ທະ​ນາ​ທາງ​ການ (ODA) ຢູ່​ໃນ​ລະ​ດັບ​ສູງ​ເພື່ອ​ໜູນ​ຊ່ວຍ ຫ​ວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ, ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ລົງ​ທຶນ, ມອບ​ໂອນ​ເຕັກ​ໂນ​ໂລ​ຢີໃຫ້ ຫວຽດ​ນາມ, ໃນ​ນັ້ນ​ມີ​ຂົງ​ເຂດ​ກະ​ສິ​ກຳ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe ​ຢືນຢັນ​ວ່າ: ຍີ່​ປຸ່ນ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກ​ັບ ຫວຽດ​ນາມ ແລະ ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ ແລະ ໜູນ​ຊ່ວຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຍູ້​ແຮງ​ການ​ຮ່ວມ​ມື, ແລກ​ປ່ຽນ​ໃນ​ຂົງ​ເຂດ​ກະ​ສິ​ກຳ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe ສະ​ແດງ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຍີ່​ປຸ່ນ ກັບ​​ພາກ​ພື້ນແມ່​ນ້ຳ​ຂອງ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່ຽວ​ຂ້ອງ​ເຖິງ​ສະ​ພາບ​ການ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ​ເນັ້ນ​ໜັ​ກ​ຄວາມ​ສຳ​ຄັນຂອງ​ການ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ຖື​ວ່າ​ປະ​ຊາ​ຄົມ​​ໂລກ​ຄວນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບ​ປະ​ກັນ​ສິ່ງ​ດັ່ງ​ກ່າວ.

 


ຂ່າວ/ບົດ​ອື່ນ