ຫວຽດນາມແລະລັດເຊຍເພີ່ມທະວີການຮ່ວມມືໃນຂົງເຂດອາວະກາດ

ຫວຽດນາມແລະລັດເຊຍເພີ່ມທະວີການຮ່ວມມືໃນຂົງເຂດອາວະກາດ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ​ຫວ່າງ​ແລ້ວນີ້, ອ​ົງ​ການ​ອາວ​ະ​ກາດ​ສະ​ຫະ​ພັນ​ລັດ​ເຊຍ (Roscosmos) ແລະ ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຫວຽດ​ນາມ (VAST) ໄດ້​ພ້ອມ​ກັນ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້​າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ແລະ ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​​ຮ່ວງອ​າ​ວະ​ກາດ. ຕາ​ມ​ບົດ​ບັນ​ທຶກ​ທີ່​ໄດ້​ລົງ​ນາມ, ຄາດ​ວ່າ Roscosmos ແລະ VAST ຈະ​ພັດ​ທະ​ນາ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດບຸ​ລິ​ມະ​ສິດທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ສຳ​ຫຼວດໜ່ວຍ​ພິ​ພົບ, ສຳ​ຫຼວດ​ຫ່ວງ​ອາ​ວະ​ກາດ, ບັນ​ດາ​ການ​ບໍ​ລິ​ການ​​ສົ່ງ​ດາວ​ທຽມ... Roscosmos ແລະ VAST ຈະ​ເຂົ້າ​ຮ່ວມ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ກາງ​ລວມ​, ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ຂອງ​ທັງ 2 ປະ​ເທດ. ເພື່ອ​ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ແຫ່ງ​ຊາດ, 2 ຝ່າຍ​ຈະ​ສົ່ງ​ເສີມ​ການ​ສ້າງ​ຕັ້ງ​ກຸ່ມ​ປະ​ຕິ​ບັດ​ງານ​ລວມລັດ​ເຊຍ - ຫວຽດ​ນາມ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຮ່ວງ​ອາ​ວະ​ກາດ.

ຂ່າວ/ບົດ​ອື່ນ