ຫວຽດນາມແລະອີຢິບປະຊຸມປຶກສາດ້ານການເມືອງ

ຫວຽດນາມແລະອີຢິບປະຊຸມປຶກສາດ້ານການເມືອງ - ảnh 1
ກອງ​ປະຊຸມ​ປຶກສາ​ດ້ານ​ການ​ເມືອງ​ຫວຽດນາມ - ອີ​ຢິບ ຄັ້ງ​ທີ 8

(vovworld) – ​​​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ອີ​ຢິບ ລະຫວ່າງ​ວັນ​ທີ 22 - 25/5/2015, ວັນ​ທີ 24/5, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຫວູ​ຮົ່ງນາມ ພ້ອມ​ກັບ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີ​ຢິບ Yesir Morad, ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ປຶກສາ​ດ້ານ​ການ​ເມືອງ​ຫວຽດນາມ - ອີ​ຢິບ ຄັ້ງ​ທີ 8. ກອງ​ປະຊຸມ​ສູ​ມ​ໃສ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ - ສັງຄົມ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ, ​ໃຫ້​ສົມ​ກັບ​ການ​ພົວພັນ​ດ້ານການ​ເມືອງອັນ​ດີງາມລະຫວ່າງ 2 ປະ​ເທດ​ໃນ​ປະຈຸ​ບັນ​.

           ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ​່າການ ຫວູຮົ່ງນາມ ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ກະຊວງຮ່ວມ​ມື​ສາກົນ​ອີ​ຢິບ Anwae El Ehwany. 2 ຝ່າຍ​ໄດ້​ພິຈາລະນາ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

ຂ່າວ/ບົດ​ອື່ນ