ຫວຽດນາມແລະໂຮນລັງຮ່ວມມືກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ

ຫວຽດນາມແລະໂຮນລັງຮ່ວມມືກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ - ảnh 1
ທ່ານ​ ຫງວຽນ​ຈີວີ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ປະ​ເທດ​
ຫວຽດ​ນາມ  ແລະ ທ່ານ​ນາງ Nienke Trooster, ເອກ​ອັກ​ຄະ​ລັດ​ຖະ​ທູດ
ໂຮນ​ລັງ ປ​ະ​ຈຳ​ຫວຽດ​ນາມ
ພາບ:dangcongsan.vn


(vovworld)- ຕອນ​ບ່າຍ​ວັນ​ທີ 14/3 ຢູ່ ຮ່າ​ໂນ້ຍ, ທ່ານ​ ຫງວຽນ​ຈີວີ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂຮ​ນ​ລັງ ໂດຍ​ທ່ານ​ນາງ Nienke Trooster, ເອກ​ອັກ​ຄະ​ລັດ​ຖະ​ທູດ ໂຮນ​ລັງ ປ​ະ​ຈຳ​ຫວຽດ​ນາມ ເປັນ​ຫົວ​ຫນ້າ​ຄະ​ນະ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີວີ້ງ ໃຫ້​ຮູ້​ວ່າ: ການ​ນຳ​ກ​ະ​ຊວງ​ປ້ອງ​ກັນ​ປະ​ເທດ ສອງ​ປະ​ເທດ ຊີ້​ນຳ​ບັນ​ດາ​​ກົມ​ກອງ​ທີ່​ກ່ຽວ​ຂ້ອງ​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ມີ​ລັກ​ສະ​ນະ​ແທດ​ຈິງ, ໃນ​ນັ້ນ ມີ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັ​ນ​ຕິ​ພາບ ສ​ປ​ຊ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ.

ເມື່ອ​ແຈ້ງ​ໝາກ​ຜົນ​ການ​ເຮັດ​ວຽກ​ຂອງ​ຄະ​ນະ​ ກັບ​ສູນ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ, ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ Nienke Trooster ໃຫ້​ຮູ້​ວ່າ: ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ບາງ​ເນື້ອ​ໃນ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ປາດ​ຖ​ະ​ຫນາ​ຢາກ​ຊຸກ​ຍູ​້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ໃນ​ນັ້ນ ມີ​ການ​ຮ່ວມ​ມື​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ລະ​ຫ​ວ່າງ​ກອງ​ທັບ​ສອງ​ປະ​ເທດ.


ຕອບກັບ

ຂ່າວ/ບົດ​ອື່ນ