ຫວຽດນາມໄດ້ຮັບການຕີລາຄາສູງກ່ຽວກັບຄວາມສາມາດດ້ານພາສາອັງກິດ

ຫວຽດນາມໄດ້ຮັບການຕີລາຄາສູງກ່ຽວກັບຄວາມສາມາດດ້ານພາສາອັງກິດ - ảnh 1
(ພາບ​ປະ​ກອບ)

(vovworld) - ຕາມ​ອົງການ​ສຶກສາ​ສາກົນ EF (Education Firt) ​ແລ້ວ, ຫວຽດນາມ ​ຖືກ​ຈັດ​ອັນ​ດັບ 29/70 ປະ​ເທດ​ກ່ຽວ​ກັບ​ຄວາມ​ສາມາດ​ດ້ານ​ພາສາ​ອັງກິດ. ອົງການ​ສຶກສາ​ສາກົນ EF (Education Firt) ​ປະຈຳ ຫວຽດນາມ ຫາ​ກໍ່​ປະກາດ​ຕາຕະລາງ​ຈັດ​ອັນ​ດັບ​ຄວາມ​ສາມາດ​ດ້ານ​ພາສາ​ອັງກິດ EF (EF EPI) 2015. ນີ້​ແມ່ນຕາຕະລາງ​ຈັດ​ອັນ​ດັບ​ໃຫຍ່​ສຸດ​ຢູ່​ໂລກ​ກ່ຽວ​ກັບ​ຄວາມ​ສາມາດ​ດ້ານ​ພາສາ​ອັງກິດ​ລະຫວ່າງ​ປະ​ເທດ​ຕ່າງໆ. ຕາມ​ນັ້ນ​ແລ້ວ, ຫວຽດນາມ​ຖືກ​ຈັດ​ອັນ​ດັບ 29/70 ປະ​ເທດ​ໃນ​ໂລກ, ​ດ້ວຍ​ຄະ​ແນ​ນ EF EPI ສະ​ເລ່ຍ​ແມ່ນ 53,81. ​ໄລ່​ສະ​ເພາະ​ໃນ​ພາກ​ພື້ນ​ອາຊີ, ຫວຽດນາມ​ຈັດ​ອັນ​ດັບ​ທີ 5 ​ໃນ​ຈຳນວນ 16 ປະ​ເທດ​ເຂົ້າຮ່ວມ. ປີ 2014, ຫວຽດນາມ​ຖືກຈັດ​ອັນ​ດັບ​ທີ 33/63 ປະ​ເທດ​ເຂົ້າຮ່ວມ.

ຂ່າວ/ບົດ​ອື່ນ