ຫວຽດນາມໄດ້ຮັບລາງວັນຊະນະເລີດໃນການແຂ່ງຂັນບິນລຽດ-ສະນຸກເກີ ໂລກ

(VOVWORLD) -ຕອນເຊົ້າວັນທີ 4 ມີນານີ້, ຢູ່ນະຄອນໂບໂກຕາ (ໂຄລົມບີ), ໃນນັດແຂ່ງຂັນຊີງຊະນະເລີດກິລາ ບິນລຽດ-ສະນຸກເກີໂລກ ໂບໂກຕາ (ໂຄລົມບີ), ມືວາງ ເຈີ່ນກວຽດຈຽນ (ຫວຽດນາມ) ເອົາຊະນະຕໍ່ ມືວາງ ຊິດໂຮມຊາເໝັດ (ອີຢິບ) ສາມາດຄ້ວາລາງວັນຊະນະເລີດ    
ຫວຽດນາມໄດ້ຮັບລາງວັນຊະນະເລີດໃນການແຂ່ງຂັນບິນລຽດ-ສະນຸກເກີ ໂລກ  - ảnh 1ມືວາງເຈີ່ນກວຽດຈຽນ ຍາດໄດ້ລາງວັນຊະນະເລີດສຳລັບກິລາ ບິນລຽດ-ສະນຸກເກີໂລກ

     ນັດແຂ່ງຂັນສຸດທ້າຍນີ້ແມ່ນໄດ້ສ້າງຄວາມຕື່ນເຕັ້ນແກ່ຜູ້ຊົມ. ທັງສອງມືວາງໄດ້ແຂ່ງຂັນຢ່າງດຸເດືອດ ແລະ ສ້າງຄະແນນທີ່ໜ້າປະທັບໃຈ ກ່ອນທີ່ ມືວາງ ເຈີ່ນກວຽດຈຽນ (ຫວຽດນາມ)ເອົາຊະນະ ດ້ວຍຄະແນນ 50-44.

     ນີ້ແມ່ນຄັ້ງທີ 3 ທີ່ ມືວາງເຈີ່ນກວຽດຈຽນ ຍາດໄດ້ລາງວັນຊະນະເລີດສຳລັບກິລາ ບິນລຽດ-ສະນຸກເກີໂລກ . ສອງຄັ້ງກ່ອນນີ້ ແມ່ນ ໃນປີ 2018 ຢູ່ນະຄອນໂຮ່ຈິມິນ (ຫວຽດນາມ) ແລະ ປີ 2023 ຢູ່ນະຄອນ Porto (ປອກຕຸຍການ).

ຕອບກັບ

ຂ່າວ/ບົດ​ອື່ນ