ຫວຽດນາມໜູນຊ່ວຍລາວຍົກສູງວິຊາຊີບໃຫ້ແກ່ສື່ເອເລັກໂຕນິກ

(VOVWORLD) -ຕອນເຊົ້າວັນທີ 02 ເມສາ, ທີ່ນະຄອນຫຼວງວຽງຈັນ, ກະຊວງຖະແຫຼງຂ່າວ ແລະ ສື່ສານແຫ່ງ ສສ.ຫວຽດນາມ ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງສປປ.ລາວ ໄຂຊຸດຝຶກອົບຮົມວິຊາຊີບສື່ມວນຊົນໃຫ້ແກ່ບັນດານັກຂ່າວຈາກອົງການສື່ມວນຊົນຂັ້ນສູນກາງ ແລະ ທ້ອງຖິ່ນຂອງລາວ.
ຫວຽດນາມໜູນຊ່ວຍລາວຍົກສູງວິຊາຊີບໃຫ້ແກ່ສື່ເອເລັກໂຕນິກ - ảnh 1 ຄູສອນ ແລະ ນັກສຳມະນາກອນຖ່າຍຮູບເປັນທີ່ລະນຶກ

ດ້ວຍຫົວຂໍ້ທີ່ວ່າ: “ທັກສະການສ້າງຮູບພາບໃນການຖະແຫຼງຂ່າວໃຫ້ສື່ເອເລັກໂຕນິກ”, ພາຍໃນ 05 ວັນຂອງຊຸດຝຶກອົບຮົມ, ນັກຂ່າວລາວ 42 ຄົນ ໄດ້ຮັບການແບ່ງປັນບົດຮຽນຈາກນັກຂ່າວຜູ້ມີປະສົບການຂອງຫວຽດນາມ ກ່ຽວກັບວິທີຈິນຕະນາການ, ເງື່ອນໄຂຈຳເປັນ ແລະ ຄົບຖ້ວນເພື່ອສາມາດສະແດງໃຫ້ເຫັນເນື້ອໃນທີ່ຢາກໂຄສະນາເຖິງຜູ້ອ່ານ ໂດຍຜ່ານຮູບຖ່າຍ, ແຜນວາດ, ພາບຈິດຕະກຳ…..ໄດ້ດີທີ່ສຸດ.

        ນັບແຕ່ປີ 2012 ມາຮອດປັດຈຸບັນ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມໄດ້ເປີດຫຼາຍຊຸດຝຶກອົບຮົມກ່ຽວກັບວິຊາຊີບສະຫງວນໃຫ້ບັນດານັກຂ່າວລາວ. ໄລ່ມາຮອດປັດຈຸບັນ, ມີ 20 ຊຸດຝຶກອົບຮົມຖືກຈັດຂຶ້ນຢູ່ລາວ ແລະ ຫວຽດນາມ, ດ້ວຍຈຳນວນນັກຂ່າວ, ນັກບັນນາທິການຂອງອົງການສື່ມວນຊົນຂັ້ນສູນກາງ ແລະ ທ້ອງຖິ່ນຂອງລາວເຂົ້າຮ່ວມແມ່ນ ເກືອບ 600 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ