ຫົວໜ້າຄະນະຈັດຕັ້ງສູນກາງຟ້າມມີງຈີ໋ງຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ

ຫົວໜ້າຄະນະຈັດຕັ້ງສູນກາງຟ້າມມີງຈີ໋ງຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ - ảnh 1
ທ່ານ ຟ້າ​ມມີ​ງຈີ໋ງ ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດວິ​ສາມັນ
ຜູ້​ມີ​ອຳນາດ​ເຕັມ ຍີ່​ປຸ່ນ ປະຈຳ ຫວຽດນາມ Hiroshi Fukada
(ພາບ: VTV)

(vovworld) – ຕອນ​ບ່າຍ​ວັນ​ທີ 21/09 ຢູ່ ຮ່າ​ໂນ້ຍ ທ່ານ ຟ້າ​ມມີ​ງຈີ໋ງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໃຫ້ກາ​ນຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດວິ​ສາມັນຜູ້​ມີ​ອຳນາດ​ເຕັມ ຍີ່​ປຸ່ນ ປະຈຳ ຫວຽດນາມ Hiroshi Fukada ​ເຂົ້າ​ຢ້ຽມ​ອຳ​ລາ ກ່ອນ​ທີ່ສິ້ນ​ສຸດ​ການ​ປະຕິບັດໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ. ທ່ານ ຟ້າ​ມມີ​ງຈີ໋ງ ຢືນຢັນ​ວ່າ: ຫວຽດນາມ ​ຖື ຍີ່ປຸ່ນ​ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ແຖວ​ໜ້າ ​ແລະ ຍາວ​ນານ. ທ່ານ ຟ້າ​ມມີ​ງຈີ໋ງ ​ເນັ້ນ​ໜັກ​ວ່າ 2 ຝ່າຍ​ຄວນ​ສືບ​ຕໍ່​ເພີ່ມ​ທະວີສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ຢູ່ພາກ​ພື້ນ ​ແລະ ສາກົນ ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ແຕ່ລະ​ປະ​ເທດ ​ແລະ ຜົນ​ປະ​ໂຫຍດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ​ໃນ​ພາກ​ພື້ນ​ກໍ່​ຄື​ໃນ​ໂລກ.

ຂ່າວ/ບົດ​ອື່ນ