ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງຕ້ອນຮັບລັດຖະມົນຕີກະຊວງພາຍໃນທັງເປັນລັດຖະມົນຕີກະຊວງກົດໝາຍສິງກະໂປ

(VOVWORLD) -ທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງໄດ້ຊົມເຊີຍກະຊວງພາຍໃນສິງກະໂປ ທີ່ໄດ້ລົງລາຍເຊັນຕໍ່ກຳນົດເວລາຂໍ້ຕົກລົງຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳກັບກະຊວງຕຳຫຼວດຫວຽດນາມ.

ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງຕ້ອນຮັບລັດຖະມົນຕີກະຊວງພາຍໃນທັງເປັນລັດຖະມົນຕີກະຊວງກົດໝາຍສິງກະໂປ - ảnh 1 ທ່ານ K.Shanmugam, ລັດຖະມົນຕີກະຊວງພາຍໃນ, ທັງເປັນລັດຖະມົນຕີກະຊວງກົດໝາຍສິງກະໂປ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

(ພາບ: TTXVN)

ຕອນບ່າຍວັນທີ 06 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານ ຟານດິ່ງຈາກ, ເລຂາສູນກາງພັກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ມີການຕ້ອນຮັບທ່ານ K.Shanmugam, ລັດຖະມົນຕີກະຊວງພາຍໃນ, ທັງເປັນລັດຖະມົນຕີກະຊວງກົດໝາຍສິງກະໂປ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງໄດ້ຊົມເຊີຍກະຊວງພາຍໃນສິງກະໂປ ທີ່ໄດ້ລົງລາຍເຊັນຕໍ່ກຳນົດເວລາຂໍ້ຕົກລົງຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳກັບກະຊວງຕຳຫຼວດຫວຽດນາມ. 2 ຝ່າຍລ້ວນແຕ່ເຫັນດີນຳກັນວ່າ, ນີ້ຈະແມ່ນບັນດາພື້ນຖານສຳຄັນໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ອາດຊະຍາກຳເສດຖະກິດ, ບັນດາອາດຊະຍາກຳຂ້າມຊາດປະເພດຕ່າງໆ…

        ສ່ວນທ່ານລັດຖະມົນຕີ K.Shanmugam ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນການເຈລະຈາກັບທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ແລະ ຕີລາຄາວ່າ ການເຈລະຈາໄດ້ດຳເນີນບັນລຸຜົນສຳເລັດຢ່າງດີງາມ.

ຕອບກັບ

ຂ່າວ/ບົດ​ອື່ນ