ຫົວໜ້າໂຄສະນາສຶກສາສູນກາງ ຫວຽດນາມ ວໍວັນເຖືອງ ຕ້ອນຮັບຄະນະຜູ້ແທນປະຊາຊົນປະຕິວັດລາວ

(VOVWORLD) - ຕອນບ່າຍວັນທີ 2 ສິງຫາ, ຢູ່ເມືອງເກາະຟູກວກ, ແຂວງກຽນຢ່າງ, ທ່ານ ວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວຽດນາມ, ໄດ້ຕ້ອນຮັບຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ທ່ານປະທານສະພາວິທະຍາສາດສັງຄົມແຫ່ງຊາດລາວ ກິແກ້ວ ໄຂຄຳພິທູນ, ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ຄັ້ງທີ 5 ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ. 
ຫົວໜ້າໂຄສະນາສຶກສາສູນກາງ ຫວຽດນາມ ວໍວັນເຖືອງ ຕ້ອນຮັບຄະນະຜູ້ແທນປະຊາຊົນປະຕິວັດລາວ - ảnh 1ທ່ານ ກິແກ້ວ ໄຂຄຳພິທູນ ແລະ ທ່ານ ຫວໍວັນເຖືອງ 

ທີ່ການຕ້ອນຮັບ, ສອງຝ່າຍຢັ້ງຢືນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງ ລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ ຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບວຽກງານໂຄສະນາສຶກສາ, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

        ໃນຕອນຄໍ່າຂອງວັນດຽວກັນ, ການນຳແຂວງກຽນຢາງ ໄດ້ມີການຕ້ອນຮັບ ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ. ທີ່ການພົບປະ, ທ່ານເລຂາພັກແຂວງກຽນຢາງ ຫງວຽນແທງຫງິ ປາຖະໜາວ່າຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ໃນໄລຍະທີ່ພັກເຊົາຢູ່  ເມືອງເກາະຟູກວກ ສືບຕໍ່ຊອກຮູ້ຢ້ຽມຊົມທັດສະນີຍະພາບ, ຄວາມງາມວັດທະນະທຳຮັກແພງແຂກ ຂອງຊາວເມືອງຟູກວກ.

ຕອບກັບ

ຂ່າວ/ບົດ​ອື່ນ