ຫໍສະໝຸດໂອຕຣິດມີເອກະສານເດີມຢັ້ງຢືນອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາ

ຫໍສະໝຸດໂອຕຣິດມີເອກະສານເດີມຢັ້ງຢືນອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາ - ảnh 1
ກອງປະຊຸມສຳມະນາຢູ່ ໂອຕຣິດ
(ພາບ: baotintuc.vn)

(vovworld) – ສະມາຄົມ​ມິດຕະພາບ ​ໂອ​ຕຣິດ - ຫວຽດນາມ ສົມທົບ​ກັບ​ທ່ານປະລິ​ຍາ​ເອກ Afred Gerstl, ນັກ​ຊ່ຽວຊານ​ຢູ່​ສະຖານ​ບັນ​ວິທະຍາສາດ ອາຊີ​ຕາ​ເວັນ​ອອກ, ສັງ​ກັດ​ມະຫາວິທະຍາ​ໄລ ວຽນ (ປະ​ເທດ ​ໂອ​ຕຣິດ) ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ສຳມ​ະນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຢູ່​ສະ​ຖາ​ບັນ​ການ​ທູດ ​ໂອ​ຕຣິດ. ທີ່​ກອງ​ປະຊຸ​ມສຳ​ມະ​ນາ, ​ປະລິ​ຍາ​ເອກ Afred Gerstl ​ໄດ້​ສະ​ເໜີ​ບົດ​​ຄວາມ​ເຫັນ, ສຸມ​ໃສ່​​​ໄຈ້​ແຍກ​​ເລິກ​ກ່ຽວ​ກັບສະຖານ​ທີ່​ເຊິ່ງ ຈີນ ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ​ເມື່ອ​ສົມ​ທຽບ​ກັບ ສົນທິສັນຍາ​ກົດໝາ​ຍວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS 1982), ກ່ຽວ​ກັບ​ການ​ກະທຳ, ຈຸດປະສົງ​ຂອງ​ບັນດາ​ຝ່າຍ​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ທ່ານ Afred Gerstl  ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຖະ​ແຫຼ​ງອະທິປະ​ໄຕ​ຂອງ​ຕົນ ບໍ່​ພຽງ​ແຕ່ອີງ​ໃສ່​ພື້ນຖານ​ນິຕິ​ກຳ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລ້ວ, ຫາກ​ຍັງ​ອີງ​ໃສ່​ພື້ນຖານທີ່​ມີ​ມາ​ແຕ່​ສະ​ໄໝ​ເຈົ້າ​ຊີວິດ ​ເລ​ແທ໋ງຕົງ 1460 – 1497 ອີກ​ດ້ວຍ, ຫຼັງ​ຈາກ​ນັ້ນ, ໄດ້​ຮັບ​ການຢັ້ງຢືນ​ຄືນ​ໃໝ່​ຈາກ ຝຣັ່ງ ເມື່ອ​ປີ 1884. ທ່ານ​ກໍ່​ຕີ​ລາຄາວ່າ: ຫວຽດນາມ ມີ​ການ​ກະທຳ​ທີ່​ດີ ​ແລະ ລະງັບ​ໃຈ​​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ເມື່ອ​ເຕື້ອງ​ເຖິງ​ຖະ​ແຫຼ​ງອະທິປະ​ໄຕ​ຂອງ ຈີນ, ບົດ​​ຄວາມ​ເຫັນ​ໄດ້​ຊີ້​ແຈ້ງວ່າ: ​ໂດຍ​ອີງ​ໃສ່ UNCLOS 1982, ຖະ​ແຫຼ​ງອະທິປະ​ໄຕ​ຕາມ “​ເສັ້ນ​ລີ້ນ​ງົວ 9 ຕອນ” ຂອງ​ ຈີນ ​ເມື່ອ​ທຽບ​ກັບ​ເຂດ​ເສດຖະກິດ​ຈຳ​ເພາ​ຂອງ​ປະ​ເທດ​ນີ້​ແມ່ນຜິດ​ຕົນ​ກັນ​ຫຼາຍ. ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ, ປະລິ​ຍາ​ເອກ Afred Gerstl ​ໃຫ້​ຮູ້​ວ່າ: ​ໃນ​ຫໍສະໝຸດ​ແຫ່ງ​ຊາດ ​ໂອ​ຕຣິດ ກໍ່​ມີ​ເອກະສານ​ເດີມ​ກ່ຽວ​ກັບ​ບັນຫາ​ນີ້.

 


ຂ່າວ/ບົດ​ອື່ນ