ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ - ລາວ ຮ່ວມມືໃນຂົງເຂດເຕັກໂນໂລຢີ ຂໍ້ມູນຂ່າວສານ

ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ - ລາວ ຮ່ວມມືໃນຂົງເຂດເຕັກໂນໂລຢີ ຂໍ້ມູນຂ່າວສານ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ​ໄຊ​ສົມ​ພອນ ພົ​ມວິຫານ ແລະ ​ທ່ານ ຫງວຽນ​ສີ​ຢຸ້ງ, ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ

(vovworld) - ວັນ​ທີ 15/7, ຢູ່ນະຄອນຫຼວງ ວຽງ​ຈັນ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ​ໄຊ​ສົມ​ພອນ ພົ​ມວິຫານ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ສີ​ຢຸ້ງ, ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ນຳ​ໜ້າ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ ​ແຕ່​ວັນ​ທີ 15 – 18/7. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄຊ​ສົມ​ພອນ ພົ​ມວິຫານ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ 2 ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໃນ​ໄລຍະ​ຜ່ານ​ມາ, ຂໍ​ຂອບ​ອົກ​ຂອບ​ໃຈ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ທີ່​ໄດ້​ຊ່ວຍ​ເຫລືອ ສະພາ​ແຫ່ງ​ຊາດ ລາວ ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວ​ສານ​ຮັບ​ໃຊ້​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຂອງ​ສະພ​າ​ແຫ່ງ​ຊາດ ​ໃຫ້ບັນລຸ​ປະສິດທິ​ຜົນ​ສູງ, ຕອບ​ສະໜອງ​ຄວາມ​ມຸ່ງ​ຫວັງຂອງ ປະຊາຊົນ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ກໍ່​ໄດ້​ແຈ້ງ​ບາງ​ເນື້ອ​ໃນ​ຕົ້ນ​ຕໍ່​ກ່ຽວ​ກັບ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ ລາວ ຊຸດ​ທີ 7 ທີ່​ພວມ​​ດຳ​ເນີນ​​ຢູ່ ວຽງ​ຈັນ ​ແລະ ຫວັງ​ວ່າ​ຫ້ອງ​ວ່າ​ການ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົ​ງ​ເຂດ ຖື​ກຕາມ​ການ​ຊີ້​ນຳ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ໄດ້​ວາງ​ອອກ, ປະກອບສ່ວນ​ເພີ່ມ​ພຸ​ນຄຸນ​ສ້າງສາ​ຍພົວພັນ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ ລາວ - ຫວຽດນາມ ​ໃຫ້ນັບ​ມື້​ນັບ​ພັດທະນາ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ