ຫາງສຽງ ອັກຊັງຕີນ ກ່າວປະນາມການກະທຳ ຂອງຈີນ ຢູ່ທະເລ ຕາເວັນອອກ

ຫາງສຽງ ອັກຊັງຕີນ ກ່າວປະນາມການກະທຳ ຂອງຈີນ ຢູ່ທະເລ ຕາເວັນອອກ - ảnh 1
ທ່ານນາງທານ​ສະ​ຖາ​ບັນ​ວັດທະນະທຳ
ອັກ​ຊັງ​ຕີນ - ຫວຽດນາມ Poldi Sosa Chidt
(ພາບ: vietnamplus.vn)


(vovworld) – ​ໃນ​​ໂທລະ​ເລກ​ສົ່ງ​ເຖິງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຫວູຊວນ​ຮົ່ງ, ທ່ານປະທານ​ສະ​ຖາ​ບັນ​ວັດທະນະທຳ ອັກ​ຊັງ​ຕີນ - ຫວຽດນາມ Poldi Sosa Chidt ​ໄດ້​ແບ​່ງປັນ​ກັບ​ປະຊາຊົນ​ຫວຽດນາມ ​ຄວາມ​ວິຕົກ​ກັງວົນ​ຢ່າງ​ໃຫຍ່​ຫຼວງ​ກ່ຽວ​ກັບ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົ​ດໝາຍ​ໃນ​ເຂດເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ​ໄດ້​ລະ​ເມີດ​ສົນ​ທິ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ທ່ານ​ນາງ Poldi ຢືນຢັນ​ວ່າ ການ​ກະທຳ​ຂອງ​ຈີນ ສະ​ແດງ​ໃຫ້​ເຫັນ​ວ່າ ປັກ​ກິ​ງ ປາດ​ຖະໜາ​ຢາກ​ສົ່ງ​ສານ​ເຖິງວົງ​ຄະນະ​ຍາດ​ສາກົນ​ວ່າ ​ແມ່ນ​ປະ​ເທດ​ມະຫາ​ອຳນາດ ພວມ​ຊອກ​ຫາ​ວິທີ​ຄວບ​ຄຸມ​ບັນດາ​ໝູ່​ເກາະ​ທີ່ພວມ​ເກີດ​ການຂັດ​ແຍ້​ງກັບ​ບັນດາ​ປະ​ເທດ​ບ້ານ​ໄກ້​ເຮືອນ​ຄຽງ.
ຂ່າວ/ບົດ​ອື່ນ