ຫາງສຽງສາກົນຕີລາຄາ:ຈີນກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກເພື່ອຈຸດປະສົງດ້ານການເມືອງ

ຫາງ​ສຽງ​ສາກົນຕີ​ລາ​ຄາ:ຈີນ​ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເພື່ອ​ຈຸດປະສົງ​ດ້ານ​ການ​ເມືອງ

(vovworld)- ນີ້​ແມ່ນ​ຄຳ​ຖະ​ແຫລ​ງ​ໂດຍ​ທ່ານ Randy Forbes, ປະທານ​ອະນຸ​ກຳມະການ ຜັນ​ຂະຫຍາຍ​ກຳລັງທະຫານ​ປ້ອງ​ກັນ​ທະ​ເລ ສັງກັດ ກຳມາ​ທິການ​ກຳລັງ​ການ​ທະຫານ ສະພາ​ຕຳ່​ອາ​ເມ​ລິ​ກາ ຍົກ​ອອກ​ມາ​ໃນ​ວັນ​ທີ 28/5.  ຄຳ​ຖະ​ແຫລ​ງດັ່ງກ່າວ​ໄດ້​ກ່າວປະນາມ​ການ​ກະທຳ​ເກາະ​ຜິດ​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ, ​ເປັນ​ຕົ້ນ​ພາຍຫລັງ​ກຳ​ປັ່ນ​ຫາ​ປາ​ຂອງ​ຫວຽດນາມ​ ລຳ​ຫນຶ່ງຖືກ​ກຳ​ປັ່ນ​ຫາ​ປາ​ຂອງ ຈີນ ຕຳ​​ໃຫ້​ຈົມ​ນ້ຳຢູ່​ ໃກ້​ກັບບໍລິ​ເວນ​ ທີ່​ຝ່າຍ​ຈີນ​ຕັ້ງ​ຮ້ານເຈາະນ້ຳມັນຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫ​ລ່ທະວີບ​ຂອງ​ຫວຽດນາມ.

​ໃນ​ຂະນະ​ນັ້ນ ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ສາກົນ ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ ອີ​ຕາ​ລີ, ສະພາ​ສູງ​ອີ​ຕາ​ລີ ​ແລະ ສະ​ຖາ​ບັນ​ຄົ້ນ​ຄ້ວາ​ສາກົນ ອີ​ຕາ​ລີ(CESI) ສົມທົບ​ກັນ​ຈັດ​ຕັ້ງ​ຂຶ້ນ ​ໃນ​ວັນ​ທີ 28/5, ທ່ານ Pierferdinando Casini, ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ສູງ ອີ​ຕາ​ລີ ຖະ​ແຫລ​ງວ່າ: ນະຄອນ Rome ມີ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ກະທຳ​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Casini ຖື​ວ່າ: ບັນຫາ​ທະ​ເລ​ຕາ​ເວັນ​ອອກ ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ ​ແລະ ການ​ເຈລະຈາ​ສັນຕິ, ບົນ​ພື້ນຖານ​ເຄົາລົບ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ(UNCLOS)ປີ 1982.

ຫາງສຽງສາກົນຕີລາຄາ:ຈີນກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກເພື່ອຈຸດປະສົງດ້ານການເມືອງ - ảnh 1
ກຳປັ່ນຈີນ ບຸກໂຈມຕີ ກຳປັ່ນຫວຽດນາມ
ພາບ:thanhnien.com.vn

ຫວຽດນາມປະກາດ​ເລື່ອງ​ຈີນ​ລ່ວງ​ລ້ຳ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ​ທີ່​ກອງ​ປະຊຸມ​ລັດຖະ​​ມົນຕີ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມຄັ້ງ​ທີ17

(vovworld)- ທ່ານ ຮ່າ​ກີ​ມງອກ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ນຳ​ຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດ​ຖະມົນຕີ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ຄັ້ງ​ທີ 17 ດຳ​ເນີນ​ໄປ​ຢູ່ ອາ​ເຊຣີ ​ໃນ​ວັນ​ທີ 28 -29/5. ​ໃນ​ວາ​ລະ​ປຶກສາ​ຫາລື​ເມື່ອ​ວັນ​ທີ 28/5, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ຮ່າ​ກີ​ມງອກ ​ໄດ້​ປະກາດ​ຢ່າງ​ລະອຽດ​ກ່ຽວ​ກັບ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ ​ເຂົ້າເລິກກວ່າ​ຕື່ມ​ອີກ 80 ​ໄມ​ທະ​ເລ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ ພ້ອມ​ກັບ​ການ​ຄຸ້ມ​ຊູ​ຂອງ​ກຳ​ປັ່ນ​ກວ່າ 130 ລຳ​, ​ໃນ​ນັ້ນ​ມີ​ທັງ​ກຳ​ປັ່ນ​ຮົບ ​ແລະ ​ເຮືອບິນ.

ທ່ານ​ຮອງ​ລັດຖະມົນຕີ​ ຮ່າ​ກີ​ມງອກ ຢືນຢັນ​ວ່າ: ຫວຽດນາມ ຢືດໝັ້ນ​ຫລັກ​ໝັ້ນ​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ໃນ​ການ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ​ໃຫ້​​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ. ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ອັນ​ດີງາມ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ,​​ໃນ​ນັ້ນ ມີ​ຈີນ. ຫວຽດນາມ ຮຽກຮ້ອງ​ບັນດາ​ສະມາຊິກ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ສະ​ແດງ​ຄວາມ​ສາມັກຄີ, ​ເສີມ​ຂະຫຍາຍ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ຕໍ່​ສິ່ງ​ທ້າ​ທາຍ​ສຳລັບ​ແຕ່​ລະສະ​ມາ​ຊິກ ​ແລະ ການ​ຮັກສາ​ສັນ​ຕິ​ພາບ​​ໂລກ​ເວົ້າ​ລວມ.

​ແບ່ງປັນ​ຄວາມ​​ເອົາ​ໃຈ​ໃສ່​ຂອງ​ອາ​ຊຽນ ​ແລະ ຫວຽດນາມ ສຳລັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຄະນະ​ຜູ້​ແທນ​ອິນ​ເດຍ, Timo Leste, Nepal, Nigeria, Jamaica, Nicaragua.. ​ເນັ້ນ​ຫນັກ​ເຖິງເລື່ອງປະຕິບັດ​ບັນດາ​ຫລັກການ​ພື້ນຖານ​ຂອງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ​ແລະ ການ​ພົວພັນ​ສາກົນ​ເວົ້າ​ລວມ, ​ໃນ​ນັ້ນ ມີ​ຫລັກການ​ເຄົາລົບ​ກົດໝາຍ​ສາກົນ, ກົດ​ບັດ ສປຊ. ບັນດາ​ສະມາຊິກ​ເຫັນ​ດີ​ເປັນ​ເອກະສັນ ຮັບຮອງ​ເອົາ​ເອກະສານ​ຂອງ​ກອງ​ປະຊຸມ ​ໃນ​ນັ້ນ​ເພີ່ມ​ເຕີມ​ຫລາຍ​ຂໍ້ ​ແລະ ກ່ຽວ​ຂ້ອງ​ເຖິງ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍ ອາ​ຊຽນ ສະ​ເຫ​ນີ.

 

ຂ່າວ/ບົດ​ອື່ນ