ຫາງສຽງເອີລົບຍ້ອງຍໍສັນລະເສີນເລື່ອງຫວຽດນາມຈັດຕັ້ງIPU-132ສຳເລັດຜົນ

ຫາງສຽງເອີລົບຍ້ອງຍໍສັນລະເສີນເລື່ອງຫວຽດນາມຈັດຕັ້ງIPU-132ສຳເລັດຜົນ - ảnh 1
ກອງປະຊຸມໃຫຍ່ສະຫະພັນ ລັດຖະສະພາສາກົນຄັ້ງທີ 132 (IPU-132)
(ພາບ: TTXVN)

(vovworld) - ວັນ​ທີ 8/4, ​ເຄືອຂ່າຍອິນ​ເຕີ​ແນັດ ​ເອີ​ລົບ Eurp Presse Image  ​ໄດ້​ລົງ​ພິມບົດ​ຂຽນ​ກ່ຽວ​ກັບ​ເລື່ອງ ສະຫະພັນ​ລັດຖະສະພາ​ສາກົນເລືອກ​ເຟັ້ນຫວຽດນາມ​ ​ເປັນປະ​ເທດ​ເຈົ້າພາບຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ ສະຫະພັນ ລັດຖະສະພາ​ສາກົນ​ຄັ້ງ​ທີ 132 (IPU-132) ໃນ​ລະຫວ່າງ​ວັນ​ທີ 28/3-1/4 ຢູ່​ ຮ່າ​ໂນ້ຍ​. ຕາມ​ຜູ້​ຂຽນບົດໜັງສືພິມ​ແລ້ວ, ນີ້​ແມ່ນ​ເຫດການ​ສາກົນ​ໃຫຍ່ ​ເຊິ່ງຫວຽດນາມ ​ເປັນ​ເຈົ້າພາບຈັ​ດຕັ້ງ​ໃນ​ປີ 2015, ສະ​ແດງຄວາມ​ເຕີບ​​ໃຫຍ່​ຢ່າງ​ແຮງ​ຂອງ​ປະ​ເທດ ກໍ່​ຄື​ບັນດາ​ບາດກ້າວ​ພັດທະນາໃໝ່​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ ລະຫວ່າງສະພາ​ແຫ່ງ​ຊາດ ​ຫວຽ​ດນາມ ກັບ​ລັດຖະສະພາ, ສະພາ​ແຫ່ງ​ຊາດ​​ປະ​ເທດຕ່າງໆ. ດ້ວຍ​ຫົວ​ຂໍ້ວ່າ “ບັນດາ​ຄາດໝາຍ​ພັດທະນາ​​ແບບໝັ້ນຄົງ: ຫັນ​ຄຳ​ເວົ້າ​ເປັນ​ການ​ກະທຳຕົວ​ຈິງ”, ກອງ​ປະຊຸມ​ໃຫຍ່ IPU-132 ​ໄດ້​ປຶກສາ​ຫາລື ​ແລະ ຕີ​ລາຄາກ່ຽວ​ກັບບັນດາ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ບັນດາ​ຄາດໝາຍ​ສະຫັດ​ສະ​ວັດ ​ເຊິ່ງບັນດາ​ສະມາຊິກ​ສະຫະ​ປະຊາ​ຊາດ​​ໃຫ້​ຄຳ​ໝັ້ນ​ ​ສັນຍາ​ໃນ​ປີ 2000 ​ແລະ ວາງ​ອອກ​ໂຄງການ​ໃຫ້​ໄລຍະ​ພັດທະນາ​ຕໍ່​ໄປ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ນອກຈາກ​, ບັນດາ​ບັນຫາ​ທີ່​ສຳຄັນ​ຄື​ສົງຄາມ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ັດ, ການ​ຄຸ້ມ​ຄອງ​ນ້ຳ, ກົດໝາຍ​ສາກົນ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະໄຕ​ແຫ່ງ​ຊາດ, ບໍ່​ແຊກ​ແຊງ​ເຂົ້າ​​ວຽກ​ງານ​ພາຍ​ໃນ ​ແລະ ສິດທິ​ມະນຸດ. ບົດ​ຂຽນ​ກໍ່ເນັ້ນ​ໜັກ​ວ່າ: ບັນດາ​ຂໍ້​ລິ​   ເລີ່​ມຂອງ ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ເພື່ອນມິດ ​ແລະ ​ໄດ້​ນຳ​ເຂົ້າ​ມະຕິ​ສຳຄັນ​ຂອງ​ກອງ​ປະຊຸມ​ໃຫຍ່. ຕາມ​ຜູ້​ຂຽນແລ້ວ, ໝາກຜົນ​ສຳຄັນ​ທີ່​ສຸດ​ຂອງ​ກອງ​ປະຊຸມ​ແມ່ນ​ເລື່ອງ​ວາງ​ອອກ​ຖະ​ແຫຼ​ງການຮ່າ​ໂນ້ຍ, ​ເອກະສານ ບາງ​ສະບັບ​ສະ​ແດງ​​ໃຫ້​ເຫັນວິ​ໄສ​ທັດ, ຄາດໝາຍ​ ​ແລະ ບັນ​ດາ​ຄຳ​ໝັ້ນ​ສັນຍາ​​ໃນການ​ກະທຳ​ຂອງ​ບັນດາ​ລັດຖະສະພາ ​ເພື່ອ​ແນ​ໃສ່​ປະຕິບັດ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ໂລກ​ພາຍຫຼັງປີ 2015. ຖະ​ແຫຼ​ງການຮ່າ​ໂນ້ຍ ຈະ​ໄດ້​ສົ່ງ​ເຖິງ​ກອງ​ປະຊຸ​ມສຸດ​ຍອດ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໃນ​ເດືອນ 9/2015 ຢູ່​ນິວຢອກ.

ຂ່າວ/ບົດ​ອື່ນ