ຫຼາຍ​ປະ​ເທດ ໃນ​ໂລກ ເພີ່ມ​ທະ​ວີ​ການສັກ​ວັກ​ຊິນ​ເພີ່ມ​ເຕີມ​ໃຫ້​ແກ່​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ

(VOVWORLD) - ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ພວມສືບຕໍ່ມີການຜັນແປຢ່າງສັບສົນນັ້ນ, ວັນທີ 10 ພະຈິກ, ຢູ່ແບນຊິກ, ຄະນະກຳມະການລະຫວ່າງກະຊວງສາທາລະນະສຸກ ໄດ້ຕົກລົງ ສັກວັກຊິນເພີ່ມເຕີມໃຫ້ແກ່ປະຊາຊົນໝົດທຸກຄົນຂອງປະເທດ.
ຫຼາຍ​ປະ​ເທດ ໃນ​ໂລກ ເພີ່ມ​ທະ​ວີ​ການສັກ​ວັກ​ຊິນ​ເພີ່ມ​ເຕີມ​ໃຫ້​ແກ່​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ - ảnh 1ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 11 ພະຈິກ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 252 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5 ລ້ານຄົນ. ປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ເກືອບ 780.000 ຄົນ ໃນຈຳນວນຜູ້ຕິດເຊື້ອກ່ວາ 47,6 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 10 ພະຈິກ ຫາເວລາ 16 ໂມງຂອງວັນທີ 11 ພະຈິກ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 8.162 ຄົນ. ດັ່ງນັ້ນມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 1.000.897 ຄົນ. ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 845.948 ຄົນ.

ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ພວມສືບຕໍ່ມີການຜັນແປຢ່າງສັບສົນນັ້ນ, ວັນທີ 10 ພະຈິກ, ຢູ່ແບນຊິກ, ຄະນະກຳມະການລະຫວ່າງກະຊວງສາທາລະນະສຸກ ໄດ້ຕົກລົງ ສັກວັກຊິນເພີ່ມເຕີມໃຫ້ແກ່ປະຊາຊົນໝົດທຸກຄົນຂອງປະເທດ.

ໃນວັນດຽວກັນ, ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ອີຕາລີ Roberto Speranza ໄດ້ຖະແຫຼງວ່າ ຜູ້ທີ່ຢູ່ໃນເກນອາຍຸແຕ່ 40 – 60 ປີ ຢູ່ປະເທດນີ້ ຈະໄດ້ສັກວັກຊິນກັນໂຄວິດ - 19 ເພີ່ມເຕີມນັບແຕ່ວັນທີ 1 ທັນວາຈະມາເຖິງ.

ສ່ວນ ຄະນະກຳມະການເອີລົບ (EC) ໄດ້ຮັບຮອງເອົາສັນຍາສະບັບທີ 8 ກັບບໍລິສັດການຢາ ເພື່ອສັ່ງຊື້ວັກຊິນຕ້ານໂລກລະບາດໂຄວິດ - 19. ວັກຊິນຊະນິດໃໝ່ນີ້ ມີຄວາມສາມາດຮັບມືກັບເຊື້ອໄວຣັດສາຍພັນໃໝ່ຢ່າງມີປະສິດທິຜົນ ແລະ ຄາດວ່າ ຈະມີວັກຊິນປະມານ 33 ລ້ານໂດສໄດ້ສະໜອງໃຫ້ ບັນດາປະເທດ EU ໃນປີ 2023.  

ຕອບກັບ

ຂ່າວ/ບົດ​ອື່ນ