ອົງ​ການ FAO ກ່າວ​ເຕືອນ​ໄພ​ອຶດ​ຫິວ​ເພີ່ມ​ຂຶ້ນ​ຢູ່​ພາກ​ພື້ນ ອາ​ເມ​ລິ​ກາ ລາ​ຕິນ ແລະ ກາ​ຣີ​ເບ

(VOVWORLD) -ໃນ 10 ຄົນໃດຢູ່ ອາເມລິກາ ລາຕິນ ແລະ ກາຣີເບ ຈະມີ 1 ຄົນບໍ່ມີຂອງກິນ.
ອົງ​ການ FAO ກ່າວ​ເຕືອນ​ໄພ​ອຶດ​ຫິວ​ເພີ່ມ​ຂຶ້ນ​ຢູ່​ພາກ​ພື້ນ ອາ​ເມ​ລິ​ກາ ລາ​ຕິນ ແລະ ກາ​ຣີ​ເບ - ảnh 1ມີປະຊາກອນປະມານ 60 ລ້ານຄົນຢູ່ ອາເມລິກາ ລາຕິນ ແລະ ກາຣີເບ ພວມດຳລົງຊີວິດຢູ່ໃນສະພາບຂາດແຄນອາຫານ (ພາບ: AFP/TTXVN)

        ວັນທີ 17 ທັນວາ, ອົງການອາຫານ ແລະ ການກະເສດ ສປຊ (FAO) ໃຫ້ຮູ້ວ່າ ໃນ 10 ຄົນໃດຢູ່ ອາເມລິກາ ລາຕິນ ແລະ ກາຣີເບ ຈະມີ 1 ຄົນຂາດອາຫານ. ສະພາບການດັ່ງກ່າວ ມີເປັນໜ້າວິຕົກກັງວົນກວ່າ ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ມີທ່າອ່ຽງສືບຕໍ່ເພີ່ມຂຶ້ນ ເມື່ອໂລກລະບາດຍັງສືບຕໍ່ມີການຜັນແປຢ່າງສັບສົນ ຍ້ອນເຊື່ອໄວຣັດກາຍພັນ Omicron ໄດ້ກວດພົບຢ່າງຕໍ່ເນື່ອງ ແລະ ການສັກວັກຊິນຍັງຢູ່ໃນລະດັບຕ່ຳ. ທ່ານ Jorge Meza ຜູ້ຕາງໜ້າອົງການ FAO ປະຈຳ ພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ ເນັ້ນໜັກວ່າ ໜຶ່ງໃນບັນດາຄວາມສົນໃຈຫຼາຍທີ່ສຸດຂອງອົງການນີ້ໃນປີໜ້າ ແມ່ນ ສະພາບການໂລກລະບາດໂຄວິດ - 19 ບໍ່ອາດຄາດຄະເນລ່ວງໜ້າໄດ້ ແລະ ຜົນກະທົບຈາກໂລກລະບາດດັ່ງກ່າວຕໍ່ສະພາບການຂາດສານອາຫານ.

        ອົງການ FAO  ຄາດຄະເນວ່າ ມີປະຊາກອນປະມານ 60 ລ້ານຄົນຢູ່ ອາເມລິກາ ລາຕິນ ແລະ ກາຣີເບ ພວມດຳລົງຊີວິດຢູ່ໃນສະພາບຂາດແຄນອາຫານ, ເຊິ່ງສູງກວ່າ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.


ຕອບກັບ

ຂ່າວ/ບົດ​ອື່ນ