ອັດກອງປະຊຸມທົ່ວປະເທດຂະແໜງແຜນການແລະການລົງທຶນ

ອັດກອງປະຊຸມທົ່ວປະເທດຂະແໜງແຜນການແລະການລົງທຶນ - ảnh 1
ກອງ​ປະຊຸມ​ທົ່ວ​ປະ​ເທດ​ຂະ​ແໜງ​ແຜນການ​​ແລະ​ການ​ລົງທຶນ
(ພາບ: baogialai.com.vn)


(vovworld) - ​ຕອນ​ບ່າຍ​ວັນ​ທີ 08/08, ກອງ​ປະຊຸມ​ທົ່ວ​ປະ​ເທດ​ຂະ​ແໜງ​ແຜນການ ​ແລະ ການ​ລົງທຶນ ​ໄດ້​ອັດ​ລົງ, ພາຍຫຼັງ​ດຳ​ເນີນ​ເປັນ​ເວລາ 2 ວັນ. ກ່ອນ​ນ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 8/8, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງດຳລັດ​ແນະນຳ​ການປະຕິບັດ​ກົດໝາຍ​ວ່າ​ ດ້ວຍການ​ລົງທຶນ​ພາກ​ລັດ, ຮັບ​ຟັງ​ແນະນຳ​ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ (ສະບັບ​ປັບປຸງ), ​ແນະນຳ​ວິທີ​ຄິດ​ໄລ່​ມາດຖານ​ຍອດ​ຜະລິດ​ຕະພັນ​ໃນ​ບໍລິ​ເວນ​ຂັ້ນແຂວງ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ ຫງວຽນ​ທິກິມ​ເງິນ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ບັນດາ​ຂະ​ແໜງ, ທ້ອງ​ຖີ່​ນຄວນ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ນຳ​ບັນດາ​ກົດ​ໝາຍ​ທີ່​ໄດ້​ຮັບ​ການ​ປະກາດ​ໃຊ້​ເຂົ້າ​ສູ່​ຊີວິດຕົວ​ຈິງ​ຢ່າງ​ວ່ອງ​ໄວ:

        “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ກໍ່​ຄື​ບັນດາ​ກະຊວງ, ຂະ​ແໜງ​ການຂັ້ນ​ສູນ​ກາງ​ເປັນ​ເສນາ​ທິການ​ໃຫ້​ລັດຖະບານ​ໂດຍ​ໄວ​ເພື່ອ​ປະກາດ​ໃຊ້​ ບັນດາ​ເອກະສານ​ແນະນຳ​ການ​ປະຕິບັດ​ຢ່າງ​ຄົບ​ຖ້ວນ, ​ເພື່ອ​ຫຼີກ​ລ້ຽງ​ສະພາບ​ການ ກົດໝາຍ​ໄດ້​ປະກາດ​ໃຊ້​ແລ້ວ​ແຕ່​ບັນດາ​ເອກະສານ​ກ່ຽວຂ້ອງ​ຕ້ອງ​ລໍຖ້າ. ພ້ອມ​ທັງ, ບັນດາ​ຂະ​ແໜງ​ການ, ຂັ້ນ​ຕ່າງໆ​ໆຈາກ​ສູນ​ກາງ ລົງ​ຮອດ​ທ້ອງ​ຖີ່​ນ ຕ້ອງ​ເພີ​່ມທະວີ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ເຖິງ​ບັນດາ​ອົງການ, ໝູ່​ຄະນະ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົ​ກ​ເຂົ້າ​ໃຈ ​ແລະ ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​ອາດ​ຈະ​ເພີ່ມ​ຜົນ​ສັດ​ສິດ, ປະສິດທິ​ຜົນ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ພາກ​ລັດ ກໍ່​ຄື​ກົດໝາຍ​ວ່າ​ດ້ວຍ​ການ​ປະມູນ.”


ຂ່າວ/ບົດ​ອື່ນ