ອັດກອງປະຊຸມວົງແຄບ ລັດຖະມົນຕີການຕ່າງ ປະເທດ ອາຊຽນ ຢູ່ ໄທ

ອັດກອງປະຊຸມວົງແຄບ ລັດຖະມົນຕີການຕ່າງ ປະເທດ ອາຊຽນ ຢູ່ ໄທ - ảnh 1
ການປຶກສາຫາລືຂອງບັນດາລັດຖະມົນຕີ ອາຊຽນ

(vovworld) – ກອງ​ປະຊຸມ​ວົງແຄບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ສິ້ນ​ສຸດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 14/8, ຢູ່​ແຂວງ ຫົວ​ຫີນ ປະ​ເທດ​ໄທ ພາຍຫຼັງ​ໂຮມ​ປະຊຸມ​ມາ​ເປັນ​ເວລາ 2 ວັນ. ກ່ຽວ​ກັບ​ການ​ກຳນົດ​ທິດ​ໃນ​ອະນາຄົດຂອງ ອາ​ຊຽນ ​ໄລຍະຫຼັງ​ປີ 2015, ບັນດາ​ລັດຖະມົນຕີ​ເຫັນ​ດີ​ເປັນ​ເອກະສັນ​ຍູ້​ໄວ​ບັນດາ​ຈຸດໝາຍກໍ່ສ້າງ​ປະຊາ​ຄົມ​​ໃນ​ປີ 2015, ພ້ອມ​ທັງ​ເລີ່​ມ​ຕົ້ນການ​​ແລ​ກປ່ຽນ ​ແລະ​ ສ້າງ​ວິ​ໄສ​ທັດ​ເພື່ອ​ໃຫ້​ ອາ​ຊຽນ ສືບ​ຕໍ່​ພັດທະນາ​ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ຜັນ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ບັນຫາ​ທົ່ວ​ໂລກ​​ໃນ​ທົດ​ສະວັ​ດຕໍ່​ໄປ. ບັນດາ​ລັດຖະມົນຕີ​ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​ຖື​ວ່າ: ​ແຕ່​ນີ້​ຮອດວັນ​ທີ 31/12/2015 ຄວນ​ວາງ​ອອກ​ວິວັດທະນາ​ການ​ເພື່ອ​ສ້າງ​ວິ​ໄສ​ທັດ​ຂອງ ​ອາ​ຊຽນ ຫຼັງ​ປີ 2015. ບັນດາ​ປະ​ເທດ​ສະມາຊິກ​ຄວນ​ເພີ່ມ​ທະວີ​ບັນດາ​ຄວາມ​ມານະ​ພະຍາຍາມ​ລະດົມ​ແຫຼ່ງຊັບພະຍາກອນ​ມະນຸດ​ກ່ວາ​ອີກ, ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມືສຳຄັນ​ຂອງ ອາ​ຊຽນ ​ເພື່ອ​ແນ​ໃສ່​ຮັດ​ແຄບ​ຊ່ອງ​ຫວ່າງ​ພັດທະນາ.

    ກ່ຽວ​ກັບ​ບັນດາ​ບາດກ້າວ​ກະກຽ​ມ​ໃຫ້​ແກ່​ກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ - ຈີນ ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ຝ່າຍ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ ​ໃຫ້​ຮູ້​ວ່າ:

“ບັນດາ​ລັດຖະມົນຕີ ອາ​ຊຽນ ​ໄດ້​ຢືນຢັນ​ວ່າ: ຕ້ອງ​ເຮັດ​ແນ​ວ​ໃດ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ອາ​ຊຽນ - ຈີນ. ການ​ພົວພັນ​ລະຫວ່າງ 2 ຝ່າຍ​ໄດ້​ພັດທະນາ​ອັນ​ດີງາມ​ໃນ​ທຸກໆ​ດ້ານ ​ແຕ່​ຕ້ອງ​ແກ້​ໄຂ​ບັນດາ​ສິ່ງ​ຄົງ​ຄ້າງທີ່​ຈຳ​ເປັນ​ຕ້ອງ​ແກ້​ໄຂ, ພ້ອມ​ກັນ​ມານະ​ພະຍາຍາ​ມຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​​ໃນການ​ເດີນ​ທະ​ເລຕາ​ເວັນ​ອອກ”

    ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ລັດຖະມົນຕີ​ເນັ້ນ​ໜັກ​ວ່າ: 2 ຝ່າຍ​ຕ້ອງ​ເອົາ​ໃຈ​ໃສ່ ​ແລະ ຍູ້​ແຮງ​ການ​​​ເຈລະຈາ ​ແລະ ບັນ​ລຸ​ໄດ້​ກົດ​ລະ​ບຽນ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ