ອັດກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ, ທີ່ບັນດາກອງປະຊຸມ, ການນຳ ອາຊຽນ ແລະ ອົດສະຕາລີ ໄດ້ຮັບຮອງເອົາເອກະສານສຳຄັນ 2 ສະບັບ
ອັດກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ - ảnh 1(ທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງກອງປະຊຸມ)

        ຕອນບ່າຍວັນທີ 06 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ Melbourne, ປະເທດ ອົດສະຕາລີ, ກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1974 - 2024) ໄດ້ອັດລົງ ພາຍຫຼັງຈັດຂຶ້ນເປັນເວລາ 3 ວັນ. ທ່ານນາຍົກລັດຖະມົນຕີ ອົດສະຕາລີ ແລະ ທ່ານນາຍົກລັດຖະມົນຕີ ລາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວພາຍຫຼັງກອງປະຊຸມ.

        ທີ່ກອງປະຊຸມຖະແຫຼງຂ່າວ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ, ທີ່ບັນດາກອງປະຊຸມ, ການນຳ ອາຊຽນ ແລະ ອົດສະຕາລີ ໄດ້ຮັບຮອງເອົາເອກະສານສຳຄັນ 2 ສະບັບ, ນັ້ນແມ່ນ: “ຖະແຫຼງການວິໄສທັດຂອງບັນດາການນຳ ອາຊຽນ - ອົດສະຕາລີ: ຄູ່ຮ່ວມມືເພື່ອສັນຕິພາບ ແລະ ວັດທະນາຖາວອນ” ແລະ “ຖະແຫຼງການ Melbourne: ຄູ່ຮ່ວມມືຂອງພວກເຮົາເພື່ອອະນາຄົດ”. ຖະແຫຼງການ 2 ສະບັບດັ່ງກ່າວໄດ້ກຳນົດທິດໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ອາຊຽນ - ອົດສະຕາລີ ໃນໄລຍະ 50 ປີຈະມາເຖິງ. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢຶນຢັນວ່າ, ໃນຖານະຕຳແໜ່ງປະທານ ອາຊຽນ 2024, ລາວ ຈະສືບຕໍ່ຍູ້ແຮງການເຊື່ອມຕໍ່, ເພີ່ມທະວີຄວາມສາມາດຟື້ນຟູ ເພື່ອສືບຕໍ່ນຳການພົວພັນຄູ່ຮ່ວມມືຮອບດ້ານ ອາຊຽນ - ອົດສະຕາລີ ໃຫ້ພັດທະນາຢ່າງມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.

        ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese, ໄດ້ຢ້ຳຄືນຄຳໝັ້ນສັນຍາເຊິ່ງ ອົດສະຕາລີ ໄດ້ຍົກອອກມາໃນເວລາ 3 ວັນຈັດກອງປະຊຸມຜ່ານມາ. ທ່ານເນັ້ນໜັກວ່າ, ນີ້ແມ່ນບັນດາຄຳໝັ້ນສັນຍາສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງ ອົດສະຕາລີ ສຳລັບ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ