ອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12ຂອງພັກກອມມູນິດຫວຽດນາມ

ອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12ຂອງພັກກອມມູນິດຫວຽດນາມ - ảnh 1
(ພິທີອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12
ຂອງພັກກອມມູນິດຫວຽດນາມ)

(vovworld) – ​ ພາຍຫລັງ​ກ​ເຮັດ​ວຽກ​ມາເປັນ​ເວລາ 1 ອາທິດ, ຕອນ​ເຊົ້າ​ວັນ​ທີ 28/01, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ປະຊຸມ​ວາລະ​ອັດ​, ສຳ​ເລັດ​ບັນດາ​ເນື້ອ​ໃນ​ສຳຄັນ​ສຸດ​ທ້າຍ.

        ທີ່​ວາລະ​ອັດ​, ກອງ​ປະຊຸມ​ໃຫຍ່​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ໝາກຜົນ​ແຫ່ງ​ການລົງ​ຄະ​ແນນ​ສຽງ​ບາງ​ບັນຫາ​ໃນ​ບັນດາ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ລາຍ​ງານ​ໝາກຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ກົມ​ການ​ເມືອງ, ​ເລຂາທິການ​ໃຫຍ່, ຄະນະ​ເລຂາທິການ, ຄະນະ​ກຳມະການ​ກວດກາ​ສູນ​ກາງ, ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ​ຊຸດ​ທີ 12.

        ທີ່​ວາລະ​ອັດ​ກອງ​ປະຊຸມ​ໃຫຍ່, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ​ໄດ້​ສະ​ເໜີ​ຕົວ, ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ​ເນັ້ນ​ໜັກ​ວ່າ: ​ໃນ​ນາມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ​ແລະ ​ໃນ​ນາມ​ສ່ວນ​ຕົວ, ​ຂ້າພະ​ເຈົ້າ​ຂໍຂອບ​ອົບ​ຂອບ​ໃຈ​ບັນດາ​ຜູ້​ແທນກອງ​ປະຊຸມ​ໃຫຍ່ ທີ່​ໄດ້​ໄວ້​ວາງ​ໃຈ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ, ຖື​ວ່າ ນີ້​ແມ່ນ​ຄວາມ​ຮັບຜິດຊອບ​ ​ແລະ ​ແມ່ນຄວາມ​ເປັນ​ກຽດອັນ​ໃຫຍ່​ຫລວງ: ທ່ານ ​ຫງວຽນ​ຟູ​ຈ້ອງ ກ່າວ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ​ຕໍ່​ໜ້າ​ກອງ​ປະຊຸມ​ໃຫຍ່, ​ທົ່ວ​ພັກ ​ແລະ ທົ່ວ​ປວງ​ຊົນ​ວ່າ: ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12 ຈະ​ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອອັນ​ສະຫງ່າ​ລາສີ ​ແລະ ບົດຮຽນ​ອັນ​ລ້ຳ​ຄ່າ​ຂອງ​ພັກ ​ເພີ່ມ​ທະວີ​ຄວາມ​ສາມັກ​ຄີ​ເປັນ​ເອກະສັນ, ​ເປັນ​ເອກະ​ພາບ​ໃນ​ແນວ​ຄິດ ​ແລະ ການ​ກະທຳ, ສືບ​ຕໍ່​ປ່ຽນ​ໃໝ່ຈິນຕະນາ​ການ, ນຳ​ໃຊ້​ແນວ​ຄິດ ​ໂຮ່ຈີ​ມິນ ຢ່າງ​ມີຫົວຄິດ​ປະດິດ​ສ້າງ, ຢຶດໝັ້ນ​ຈຸດໝາຍ​ເອກະລາດ ​ແລະ ລັດທິ​ສັງຄົມ. ປ່ຽນ​ໃໝ່​ວິທີ​ການ, ວິ​ຖິ​ເຮັດ​ວຽກຂອງ​ບັນດາ​ອົງການ​ຊີ້​ນຳ​ນຳພາ​ຂອງ​ພັກ ​ແຕ່ຂັ້ນ​ສູນ​ກາງລົງຮອດ​ຂັ້ນຮາກ​ຖານ, ຕາມ​ທິດ​ວິທະຍາສາດ, ໝູ່​ຄະນະ, ປະຊາທິປະ​​ໄຕ, ​​ໃກ້ຊິດ​ກັບ​ປະຊາຊົນ, ​ເຄົາລົບ​ປະຊາຊົນ, ​ເພື່ອ​ປະຊາຊົນ, ​ເວົ້າ​ໄປຄຽງ​ຄູ່​ກັບ​ການ​ກະທຳ ”

        ກ່ອນ​ໜ້າ​ນັ້ນ, ກອງ​ປະຊຸມ​ໃຫຍ່​ໄດ້​ຮັບຮອງ​ເອົາ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ກອງ​ປະຊຸ​ມ​ໃຫຍ່​ກໍ່​ຮັບ​ຟັງ​ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ​ຈ້ອງ ອ່ານ​ບົດປາ​ໄສ​ອັດ​ກອງ​ປະຊຸມ​ໃຫຍ່.

        ພາຍຫລັງອັດ​ກອງ​ປະຊຸມ​ໃຫຍ່, ​ເລຂາທິການ​ໃຫຍ່​ພັກກອມ​ມູນິດ ຫວຽດນາມ ຊຸດ​ທີ 12 ​ເປັນ​ປະທານ​ການ​ປະຊຸມ​ຂ່າວ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ