ອັດ​ຕາ​ຜູ້​ສະ​ໜັບ​ສະ​ໜູນທ່ານ Joe Biden ຫຼຸດ​ລົງ​ຢ່າງ​ແຮງ​ທີ່​ສຸດ​ໃນ​ບັນ​ດາ​ສະ​ໄໝປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນ 76 ປີ ຜ່ານ​ມາ

(VOVWORLD) -ອັດຕາຜູ້ສະໜັບສະໜູນທ່ານປະທານາທິບໍດີ ອາເມລິກາ Joe Biden ໃນ 9 ເດືອນຕົ້ນອາຍຸການ ໄດ້ຫຼຸດລົງໄວກວ່າປະທານາທິບໍດີອາເມລິກາ ທ່ານໃດໆນັບແຕ່ປີ 1945 ປີ ມານີ້.
ອັດ​ຕາ​ຜູ້​ສະ​ໜັບ​ສະ​ໜູນທ່ານ Joe Biden ຫຼຸດ​ລົງ​ຢ່າງ​ແຮງ​ທີ່​ສຸດ​ໃນ​ບັນ​ດາ​ສະ​ໄໝປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນ 76 ປີ ຜ່ານ​ມາ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ຕອບສຳພາດຕໍ່ CNN ໃນວັນທີ 21/10/2021 (ພາບ: AFP/TTXVN)

ຕາມການສຳຫຼວດໂດຍບໍລິສັດ Gallup ປະຕິບັດຫວ່າງມໍ່ໆມານີ້, ອັດຕາຜູ້ສະໜັບສະໜູນທ່ານປະທານາທິບໍດີ ອາເມລິກາ Joe Biden ໃນ 9 ເດືອນຕົ້ນອາຍຸການ ໄດ້ຫຼຸດລົງໄວກວ່າປະທານາທິບໍດີອາເມລິກາ ທ່ານໃດໆນັບແຕ່ປີ 1945 ປີ ມານີ້.

ລະອຽດຄື, ອັດຕາຜູ້ສະໜັບສະໜູນທ່ານເຈົ້າຂອງທຳນຽບຂາວ ໄດ້ຫຼດລົງ 11,3%, ນັບແຕ່ 56% ພາຍຫຼັງຮັບດຳລົງຕຳແໜ່ງໃນເວລາ 3 ເດືອນ ລົງເໜືອພຽງ 44,7% ໃນ 3 ເດືອນມໍ່ໆມານີ້. ຕາມໜັງສືພິມ Telegraph ແລ້ວ, ອັດຕາຜູ້ສະໜັບສະໜູນທ່ານປະທານາທິດີ Joe Biden ຖືກຫຼຸດລົງຢ່າງແຮງໃນເວລາ 7 ເດືອນນັ້ນ ແມ່ນຍ້ອນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ເພີ່ມຂຶ້ນຢ່າງແຮງ ແລະ ອັດຕາດັ່ງກ່າວສືບຕໍ່ຫຼຸດລົງ ພາຍຫຼັງການຖອນກຳລັງທະຫານ ອາເມລິກາ ອອກຈາກ ອາບການິດສະຖານ ທີ່ສັບສົນ ເມື່ອທ້າຍເດືອນ ສິງຫາ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ