ອົດສະຕາລີ ຊົມເຊີຍ ຈີນ ເຂົ້າຮ່ວມ CPTPP

(VOVWORLD) - ທ່ານປະທານປະເທດ ຈີນ ສີຈິ້ນຜີງ ໃຫ້ຮູ້ວ່າ: ຈີນ ພວມພິຈາລະນາກ່ຽວກັບເລື່ອງເຂົ້າຮ່ວມ CPTPP ຄືສ່ວນໜຶ່ງໃນການປະຕິບັດການຫັນເຂດການຄ້າເສລີອາຊີ - ປາຊີຟິກ ໃຫ້ປະກົດຜົນເປັນຈິງ.
ອົດສະຕາລີ ຊົມເຊີຍ ຈີນ ເຂົ້າຮ່ວມ CPTPP - ảnh 1ທ່ານລັດຖະມົນຕີກະຊວງການຄ້າ ອົດສະຕາລີ Simon Birmingham (ຂວາ) - ພາບ: Alex Ellinghausen 

  ວັນທີ 23 ພະຈິກ, ວົງການສື່ມວນຊົນ ອົດສະຕາລີ ໄດ້ໃຫ້ຂ່າວວ່າ ລັດຖະບານປະເທດນີ້ ຊົມເຊີຍ ຈີນ ເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ໜັງສືພິມ The Australian Financial Review ໃຫ້ຮູ້ວ່າ: ໃນການຕອບສຳພາດຕໍ່ໜັງສືພິມດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຄ້າ ອົດສະຕາລີ Simon Birmingham ໃຫ້ຮູ້ວ່າ: ອົດສະຕາລີ ຊົມເຊີຍບັນດາປະເທດໃນໂລກທີ່ເຂົ້າຮ່ວມ CPTPP. ທ່ານລັດຖະມົນຕີ Simon Birmingham ຢືນຢັນວ່າ: CPTPP ແມ່ນເວທີປາໄສເປີດ ແລະ ແມ່ນແຫ່ງທີ່ບັນດາສະມາຊິກໃໝ່ຈະໄດ້ເຂົ້າຮ່ວມ ເມື່ອຕອບສະໜອງບັນດາມາດຖານສູງຂອງສັນຍາ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຈາກບັນດາປະເທດສະມາຊິກອື່ນໆ.

        ກ່ອນໜ້ານັ້ນ, ທີ່ກອງປະຊຸມສຸດຍອດທາງອອນລາຍເວທີປາໄສເສດຖະກິດອາຊີ - ປາຊີຟິກ (APEC) ຄັ້ງທີ 27 ໃນວັນທີ 20 ພະຈິກ ຜ່ານມາ, ທ່ານປະທານປະເທດ ຈີນ ສີຈິ້ນຜີງ ໃຫ້ຮູ້ວ່າ: ຈີນ ພວມພິຈາລະນາກ່ຽວກັບເລື່ອງເຂົ້າຮ່ວມ CPTPP ຄືສ່ວນໜຶ່ງໃນການປະຕິບັດການຫັນເຂດການຄ້າເສລີອາຊີ - ປາຊີຟິກ ໃຫ້ປະກົດຜົນເປັນຈິງ. ແລະກໍ່ໃນກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ກໍ່ພວມຊັ່ງຊາຄວາມອາດສາມາດສະໜັບສະໜູນ ຈີນ ເຂົ້າຮ່ວມ CPTPP.

ຕອບກັບ

ຂ່າວ/ບົດ​ອື່ນ