ອົດສະຕາລີຫນູນຊ່ວຍພັດທະນາບັນດາຄວາມຊຳນານງານຢູ່ຫວຽດນາມ

ອົດສະຕາລີຫນູນຊ່ວຍພັດທະນາບັນດາຄວາມຊຳນານງານຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld)- ​ວັນ​ທີ 29/5, ຢູ່ ຮ່າ​ໂນ້ຍ, ສະ​ຖານ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ​ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ໂຕະ​ມົນ ກ່ຽວ​ກັບ​ການ​ພັດ​ທະ​ນາ​ຄວາມ​ຊຳ​ນານ​ງານ. ​ເຂົ້າ​ຮ່ວມ​ ກອງ​ປະ​ຊຸມ​ສຳ​ມະ​ນາ​ມີ​ບັນ​ດາ​ຄະ​ນະ​ຊ່ຽວ​ຊານ​ມາ​ຈາກ​ສະ​ພາ​ວິ​ຊາ​ຊີບ ອົດ​ສະ​ຕາ​ລີ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ Hugh Borrowman, ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ການ​ພັດ​ທະ​ນາ​ແຫລ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແມ່ນ​ຂົງ​ເຂດ​ຮ່ວມ​ມື​ຫລັກ​ແຫລ່ງ​ຂອ​ງອ​ົດ​ສະ​ຕາ​ລີ ກັບ​ຫວຽດ​ນາມ. ອົດ​ສະ​ຕາ​ລີ ໄດ້ ແລະ ພວມ​ສຸມ​ໃສ່​ປະ​ຕ​ິ​ຮູບ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ແລ​ະ ຫລັງມະ​ຫາ​ວິ​ທະ​ຍາ​ໄລ, ບັນ​ດາ​ໂຄງ​ການນີ້​ໄດ້​ຮັບ​ການ​ອຸ​ປະ​ຖຳ​ຂອງ​ໂຄງ​ການ​ຊ່ວຍ​ເຫລືອ​ຂອງ​ລັດ​ຖະ​ບານ ອົດ​ສະ​ຕາ​ລີ, ເປັນ​ຂີດ​ໝາຍ​​​ຫັນ​ປ່ຽນການ​ຮ່ວມ​ມື​ຫລາຍກວ່າ​ໃນ​ຂົງ​ເຂດ​ປະ​ຕິ​ຮູບ​ການ​ເຄື່ອນ​ໄຫວ​ສອນ​ວິ​ຊາ​ຊີບ ພ້ອມ​ທັງ​ຮັບ​ຮູ້​ຄວາມ​ສຳ​ຄັນ​ຂອງ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໃນ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ໃນ​ອະ​ນາ​ຄົດ.

ຂ່າວ/ບົດ​ອື່ນ