ອິດສະຣາແອນ ກຳນົດຈຸດເວລາບຸກໂຈມຕີນະຄອນ Rafah ຢູ່ເຂດ ກາຊາ

(VOVWORLD) - ພາຍຫຼັງຖະແຫຼງການຂອງທ່ານ Netanyahu, ອາເມລິກາ ໃຫ້ຮູ້ວ່າຈະສືບຕໍ່ຄັດຄ້ານການບຸກໂຈມຕີນີ້. ທ່ານ Matthew Miller, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ຖືວ່າ ການບຸກໂຈມຕີຈະກໍ່ຄວາມເສຍຫາຍຢ່າງແຮງໃຫ້ແກ່ 1,5 ລ້ານຄົນ ປາແລດສະຕິນ ທີ່ພວມລີ້ໄພຢູ່ Rafah, ພ້ອມທັງຈະກໍ່ຄວາມເສຍຫາຍຢ່າງໜັກໜ່ວງເຖິງຄວາມໝັ້ນຄົງແຫ່ງຊາດຂອງ ອິດສະຣາແອນ.

ວັນທີ 8 ເມສາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ໄດ້ປະກາດແຜນການບຸກໂຈມຕີທາງບົກເລັ່ງໃສ່ນະຄອນ Rafah, ທາງທິດໃຕ້ຂອງເຂດ ກາຊາ, ເຖິງໄດ້ຮັບການໃຫ້ສັດຕະຍາບັນແຕ່ກາງເດືອນ ມີນາ ແລະ ໄດ້ກຳນົດຈຸດເວລາເລີ່ມດຳເນີນການບຸກໂຈມຕີທາງບົກໃສ່ນະຄອນແຫ່ງນີ້. ເຖິງວ່າ, ບໍ່ໄດ້ຍົກອອກຈຸດເວລາລະອຽດກໍ່ຕາມ, ແຕ່ທ່ານ Benjamin Netanyahu ຢັ້ງຢືນວ່າ: ເພື່ອຍາດໄດ້ໄຊຊະນະຕໍ່ຂະບວນການ ຮາມາດ ຮຽກຮ້ອງຕ້ອງນຳທະຫານເຂົ້າ Rafah.

        ພາຍຫຼັງຖະແຫຼງການຂອງທ່ານ Netanyahu, ອາເມລິກາ ໃຫ້ຮູ້ວ່າຈະສືບຕໍ່ຄັດຄ້ານການບຸກໂຈມຕີນີ້. ທ່ານ Matthew Miller, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ຖືວ່າ ການບຸກໂຈມຕີຈະກໍ່ຄວາມເສຍຫາຍຢ່າງແຮງໃຫ້ແກ່ 1,5 ລ້ານຄົນ ປາແລດສະຕິນ ທີ່ພວມລີ້ໄພຢູ່ Rafah, ພ້ອມທັງຈະກໍ່ຄວາມເສຍຫາຍຢ່າງໜັກໜ່ວງເຖິງຄວາມໝັ້ນຄົງແຫ່ງຊາດຂອງ ອິດສະຣາແອນ.

        ຖະແຫຼງການຂອງທ່ານນາຍົກລັດຖະມົນຕີ Netanyahu ໄດ້ຍົກອອກມາພາຍຫຼັງທີ່ຄະນະປະຕິບັດງານຂອງ ອິດສະຣາແອນ ເຂົ້າຮ່ວມຮອບເຈລະຈາຫຼ້າສຸດກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດ ກາຊາ ຢູ່ນະຄອນຫຼວງ ກາຍໂຣ, ປະເທດ ອີຢິບ, ກັບເມືອປະເທດໃນວັນທີ 8 ເມສາ. ຮອບເຈລະຈາຍັງບໍ່ທັນມີຄວາມຄືບໜ້າຈະແຈ້ງ ແລະ ບັນດາຄະນະປະຕິບັດງານຂອງ ອິດສະຣາແອນ ແລະ ຮາມາດ ຄາດວ່າຈະກັບຄືນມາ ກາຍໂຣ ໃນວັນທີ 10 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ