ອິດ​ສະ​ຣາ​ແອັນ ພ້ອມ​ແລ້ວ​ທີ່​ຈະ​ໂຕ້​ຕອບ​ທຸກ​ການ​ບຸກ​ໂຈມ​ຕີ​ຈາກ ອີ​ຣານ

(VOVWORLD) -  ອິດສະຣາແອັນ ພ້ອມແລ້ວທີ່ຈະໂຕ້ຕອບທຸກການບຸກໂຈມຕີຈາກຝ່າຍ ອີຣານ, ພ້ອມທັງເນັ້ນໜັກວ່າ ບັນດາແຜນການທີ່ເຄັ່ງຕຶງເພື່ອໂຕ້ຕອບກັບປະເທດອິດສະລາມ ແມ່ນໄດ້ຮັບການກະກຽມໄວ້ໝົດແລ້ວ.
ອິດ​ສະ​ຣາ​ແອັນ ພ້ອມ​ແລ້ວ​ທີ່​ຈະ​ໂຕ້​ຕອບ​ທຸກ​ການ​ບຸກ​ໂຈມ​ຕີ​ຈາກ ອີ​ຣານ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ  Yoav Gallant (ພາບ: Reuters)

ໂດຍສືບຕໍ່ສະແດງປະຕິກິລິຍາແຂງກະດ້າງຕໍ່ຄຳນາບຂູ່ບຸກໂຈມຕີຈາກຝ່າຍ ອີຣານ, ວັນທີ 7 ເມສາ, ວົງການການນຳກອງທັບ ອິດສະຣາແອັນ ໄດ້ຢັ້ງຢືນວ່າ ບັນດາກຳລັງປະເທດນີ້ ກຽມພ້ອມຮັບມືກັບທຸກແຜນການທີ່ເຄັ່ງຕຶງຂຶ້ນສຳລັບະເທດອິດສະລາມ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant ຢັ້ງຢືນວ່າ ປະເທດນີ້ ພ້ອມແລ້ວທີ່ຈະໂຕ້ຕອບທຸກການບຸກໂຈມຕີຈາກຝ່າຍ ອີຣານ, ພ້ອມທັງເນັ້ນໜັກວ່າ ບັນດາແຜນການທີ່ເຄັ່ງຕຶງເພື່ອໂຕ້ຕອບກັບປະເທດອິດສະລາມ ແມ່ນໄດ້ຮັບການກະກຽມໄວ້ໝົດແລ້ວ.

              ຄຳກ່າວເຕືອນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ໄດ້ຍົກອອກມາໃນສະພາບການທີ່ວົງການເຈົ້າໜ້າທີ່ ອີຣານ ສືບຕໍ່ນາບຂູ່ຈະດຳເນີນມາດຕະການໂຕ້ຕອບຄືນການບຸກໂຈມຕີທາງອາກາດຂອງກອງທັບ ອິດສະຣາແອັນ ເລັ່ງໃສ່ສຳນັກງານສະຖານທູດ ອີຣານ ຢູ່ນະຄອນຫຼວງ Damacus ຂອງ ຊີຣີ ໃນວັນທີ 1 ເມສາ ຜ່ານມາ ເຮັດໃຫ້ມີສະມາຊິກກອງພິທັກຮັກສາການປະຕິວັດ ອີຮານ 7 ຄົນ ເສຍຊີວິດ.

              ໃນເຫດການທີ່ກ່ຽວຂ້ອງເຖິງການປະທະກັນຢູ່ຕາເວັນອອກກາງ, ວັນທີ 7 ເມສາ, ໂຄສົກກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ ກອງທັບປະເທດນີ້ ໄດ້ຖອນກຳລັງທະຫານອອກຈາກຕອນໃຕ້ເຂດ ກາຊາ, ຍົກເວັ້ນແຕ່ກອງພົນນ້ອຍ. ໃນແຈ້ງການຂອງກອງທັບ ອິດສະຣາແອັນ ບໍ່ໄດ້ເຜີຍແຜ່ລາຍລະອຽດຂອງແຜນການ.

ນັກຂ່າວ VOV  ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ