ອິດສະຣາແອັນ ເລີ່ມດຳເນີນບັ້ນຮົບທາງບົກຢູ່ ລີບັງ

(VOVWORLD) - ບັນດາການບຸກໂຈມຕີໄດ້ຈຳກັດເຂດ, ເລັ່ງໃສ່ບັນດາເປົ້າໝາຍ ແລະ ພື້ນຖານໂຄງລ່າງຂອງຂະບວນການ ເຮັກໂບລາ ຢູ່ໝູ່ບ້ານທາງທິດໃຕ້ ລີບັງ ຈຳນວນໜຶ່ງ.
ອິດສະຣາແອັນ ເລີ່ມດຳເນີນບັ້ນຮົບທາງບົກຢູ່ ລີບັງ - ảnh 1ບັນດາການບຸກໂຈມຕີໄດ້ຈຳກັດເຂດ
(ພາບປະກອບ: AFP)

        ຕອນເຊົ້າວັນທີ 01 ຕຸລາ, ກອງທັບ ອິດສະຣາແອັນ ໄດ້ຢັ້ງຢືນເປັນທາງການວ່າ, ທະຫານບົກຂອງປະເທດນີ້ໄດ້ເລີ່ມດຳເນີນບັນດາການບຸກໂຈມຕີຍຸດທະສາດຈຳກັດໃສ່ຜືນແຜ່ນດິນຂອງ ລີບັງ, ສ້າງຂີດໝາຍເພີ່ມຂຶ້ນໃໝ່ໃຫ້ແກ່ການປະທະກັນທີ່ແກ່ຍາວເປັນເວລາເກືອບ 1 ປີຜ່ານມາກັບຂະບວນການ ເຮັກໂບລາ.

        ແຈ້ງການຂອງກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ, ບັນດາການບຸກໂຈມຕີໄດ້ຈຳກັດເຂດ, ເລັ່ງໃສ່ບັນດາເປົ້າໝາຍ ແລະ ພື້ນຖານໂຄງລ່າງຂອງຂະບວນການ ເຮັກໂບລາ ຢູ່ໝູ່ບ້ານທາງທິດໃຕ້ ລີບັງ ຈຳນວນໜຶ່ງ. ເຮັກໂບລາ ໄດ້ນຳໃຊ້ບັນດາໝູ່ບ້ານນີ້ເພື່ອສ້າງໄພນາບຂູ່ຕໍ່ວົງຄະນະຍາດພົນລະເມືອງຢູ່ ອິດສະຣາແອັນ. IDF ກໍ່ຢືນຢັນວ່າ, ການບຸກໂຈມຕີໃສ່ ລີບັງ ຈະໄດ້ປະຕິບັດພ້ອມດຽວກັນກັບບັນດາການເຄື່ອນໄຫວສູ້ຮົບຢູ່ເຂດ ກາຊາ. ກ່ຽວຂ້ອງເຖິງການບຸກໂຈມຕີຄັ້ງນີ້, IDF ຢືນຢັນວ່າ, ບັນດາການບຸກໂຈມຕີໄດ້ຈຳກັດນັບທັງຂອບຂະໜາດ ແລະ ເວລາ.

        ກ່ອນໜ້ານັ້ນ, ວັນທີ 30 ກັນຍາ, ຫຼາຍປະເທດຢູ່ຕາເວັນອອກກາງ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຢຸດຍິງຢູ່ ລີບັງ. ກະຊວງການຕ່າງປະເທດ ອີຣານ ຖະແຫຼງວ່າ, ປະເທດນີ້ຈະບໍ່ຜັນຂະຫຍາຍກຳລັງໄປຍັງ ລີບັງ ຫຼື ເຂດ ກາຊາ ເພື່ອປະເຊີນໜ້າກັບ ອິດສະຣາແອັນ, ຖືວ່າ ເຮັກໂບລາ ແລະ ບັນດາທະຫານຢູ່ເຂດດິນແດນ ປາແລັດສະຕິນ ມີຄວາມສາມາດ ແລະ ມີກຳລັງແຮງເພື່ອປ້ອງກັນຕົວຕໍ່ການເຂົ້າມາຮຸກຮານ.

        ໃນຂະນະນັ້ນ, ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ໄດ້ຮຽກຮ້ອງສະມັດຊາໃຫຍ່ສະຫະປະຊາຊາດສະເໜີນຳໃຊ້ກຳລັງອາວຸດສຳລັບ ອິດສະຣາແອັນ ໃນກໍລະນີສະພາຄວາມໝັ້ນຄົງສະຫະປະຊາຊາດບໍ່ສາມາດສະກັດກັ້ນ ອິດສະຣາແອັນ ບຸກໂຈມຕີ ລີບັງ.

ຕອບກັບ

ຂ່າວ/ບົດ​ອື່ນ