ອິດສະຣາແອນ ແລະ ອາເມລິກາ ຊອກຫາວິທີຟື້ນຟູການເຈລະຈາສັນຕິພາບຢູ່ ຕາເວັນອອກກາງ

ອິດສະຣາແອນ ແລະ ອາເມລິກາ ຊອກຫາວິທີຟື້ນຟູການເຈລະຈາສັນຕິພາບຢູ່ ຕາເວັນອອກກາງ - ảnh 1
ພາບປະກອບ

(​vovworld) –  ວັນ​ທີ 21/5, ທີ່​ກອງ​ປະຊຸມ​ຂອງ​ກຳມາທິການ​ການ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ຂອງສະພາ​ແຫ່ງ​ຊາດ ອິດສະຣາ​ແອນ, ທ່ານນາງ Tzipi Livni, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ທັງ​ເປັນ​ຫົວໜ້າ​ຄະນະ​ເຈລະຈາ​ສັນຕິພາບ​ຂອງ ອິດສະຣາ​ແອນ ​ໃຫ້​ຮູ້​ວ່າ: ອິດສະຣາ​ແອນ​ຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຟື້ນ​ຟູບັນດາ​ການ​ເຈລະຈາ​ສັນຕິພາບ​ກັບ​ຊາວ ປາ​​ແລດ​ສະຕີ​ນ. ຄຳ​ຖະ​ແຫຼ​ງດັ່ງກ່າວ​ຂອງ​ທ່ານ​ນາງ Livni ​ໄດ້ຍົກ​ອອກ​ມາກ່ອນ​ການ​ຢ້ຽມຢາມ ອິດສະຣາ​ແອນ ​ແລະ ປາ​ແລດສະ​ຕີນ ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​​ແຕ່​ວັນ​ທີ 23 ຫາ 24/5 ຈະ​ມາ​ເຖິງ​ເພື່ອ​ດຳ​ເນີນ​ການ​ເຈລະຈາ​ສະ​ເພາະ​ກັບ​ການ​ນຳ 2 ຝ່າຍ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​​ເຊື່ອມ​ຕໍ່​ບັນດາ​ການ​ເຈລະຈາ​ສັນຕິພາບ ຕາ​ເວັນ​ອອກ​ກາງ ຄືນ​ໃໝ່. ຕາມ​ທ່ານ​ທາງ Livni ​ແລ້ວ, ຈຸດໝາຍ​ຂອງ​ການ​ປຶກສາ​ຫາລື​ແມ່ນ​ເພື່ອ​ດຳ​ເນີນ​ການ​ເຈລະຈາ​ໂດຍ​ກົງ​ກັບ​ຊາວ ປາ​ແລດ​ສະຕີ​ນ ​ແລະ ນີ້​ແມ່ນ​ມາດ​ຕະການພຽງ​ອັນ​ດຽວ ສຳລັບ​ບັນຫາ​ສັນຕິພາບ​ຢູ່ຕາ​ເວັນ​ອອກ​ກາງ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ