ອິດ​ສະ​ລາ​ແອັນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຊຸກ​ຍູ້​ບັນ​ດາ​ຂໍ້​ລິ​ເລີ່ມ​ນຳ​ເຄື່ອງ​ຊ່ວ​ຍ​ເຫຼືອ​ເຂົ້າ​ເຂດ​ກາ​ຊາ

(VOVWORLD) -  ອິດສະລາແອັນ ສືບຕໍ່ຊຸກຍູ້ບັນດາຂໍ້ລິເລີ່ມໃໝ່ ແລະ ເປີດກວ້າງບັນດາຂໍ້ລິເລີ່ມທີ່ມີຢູ່ແລ້ວໃນປັດຈຸບັນ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ເຄື່ອງຊ່ວຍເຫຼືອ ໄປຍັງເຂດກາຊາ ຢ່າງຕໍ່ເນື່ອງ ແລະ ໃນວົງກວ້າງດ້ວຍທາງບົກ, ທາງການບິນ ແລະ ທາງທະເລ.
ອິດ​ສະ​ລາ​ແອັນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຊຸກ​ຍູ້​ບັນ​ດາ​ຂໍ້​ລິ​ເລີ່ມ​ນຳ​ເຄື່ອງ​ຊ່ວ​ຍ​ເຫຼືອ​ເຂົ້າ​ເຂດ​ກາ​ຊາ - ảnh 1ພາບປະກອບ: THX/TTXVN

ວັນທີ 29 ມີນາ, ກະຊວງການຕ່າງປະເທດ ອິດສະລາແອັນ ໃຫ້ຮູ້ວ່າ ປະເທດນີ້ໃຫ້ຄຳໝັ້ນສັນຍາ ປະຕິບັດຕາມກົດໝາຍສາກົນ, ຄຳຕັດສິນຂອງສານຍຸຕິທຳສາກົນ ຂອງ ສປຊ (ICJ) ເຊິ່ງຮຽກຮ້ອງໃຫ້ອິດສະລາແອັນ ອະນຸຍາດໃຫ້ລຳລຽງເຄື່ອງຊ່ວຍເຫຼືອເຂົ້າເຂດກາຊາ ໂດຍທີ່ບໍ່ຖືກກີດຂວາງ.

ທ່ານ Lior Haiat ໂຄສົກກະຊວງການຕ່າງປະເທດ ອິດສະລາແອັນ ປະກາດວ່າ ອິດສະລາແອັນ ສືບຕໍ່ຊຸກຍູ້ບັນດາຂໍ້ລິເລີ່ມໃໝ່ ແລະ ເປີດກວ້າງບັນດາຂໍ້ລິເລີ່ມທີ່ມີຢູ່ແລ້ວໃນປັດຈຸບັນ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ເຄື່ອງຊ່ວຍເຫຼືອ ໄປຍັງເຂດກາຊາ ຢ່າງຕໍ່ເນື່ອງ ແລະ ໃນວົງກວ້າງດ້ວຍທາງບົກ, ທາງການບິນ ແລະ ທາງທະເລ. ແລະ ກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມລັດຖະບານ, ທ່ານ Yoav Gallant ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ ໄດ້ສະເໜີຂໍ້ລິເລີ່ມສ້າງກຳລັງທະຫານນາໆຊາດ ລວມມີກອງທັບມາຈາກບັນດາປະເທດ ອາຣັບ ເພື່ອ ປົວແປງສະພາບຄວາມໝັ້ນຄົງ ແລະ ອາລັກຂາໃຫ້ແກ່ຂະບວນລົດຊ່ວຍເຫຼືອດ້ານມະນຸດສະທຳຢູ່ເຂດກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ