ອິດ​ສະ​ລາ​ແອັນ​ປະ​ຕິ​ເສດ​ຂ່າວ​ຢຸດ​ຍິງ, ສືບ​ຕໍ່​ຍູ້​ແຮງ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ລີ​ບັງ

(VOVWORLD) - ທ່ານລັດຖະມົນຕີ ການຕ່າງປະເທດ Israel Katz, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອິດສະລາແອັນ ກໍ່ໄດ້ແຈ້ງຢັ້ງຢືນວ່າ ຂ່າວຄາວກ່ຽວກັບເລື່ອງເກືອບຈະບັນລຸໄດ້ຄຳສັ່ງຢຸດຍິງລະຫວ່າງກອງທັບອິດສະລາແອັນ ແລະ Hezbollah ແມ່ນບໍ່ມີມູນຄວາມຈິງ.

ວັນທີ 26 ກັນຍາ, ທ່ານ Israel Katz ລັດຖະມົນຕີການຕ່າງປະເທດ ອິດສະລາແອັນ ໄດ້ປະຕິເສດຂ່າວຄາວທີ່ວ່າ ປະເທດນີ້ຕົກລົງມຸ່ງໄປເຖິງຄຳສັ່ງຢຸດຍິງ ກັບກຳລັງ Hezbollah ຢູ່ລີບັງ, ພ້ອມທັງຢັ້ງຢືນວ່າກອງທັບປະເທດນີ້ ຈະສືບຕໍ່ບຸກໂຈມຕີ Hezbollah ຢ່າງແຮງຈົນຮອດເວລາຍາດໄດ້ໄຊຊະນະ ແລະ ປະຊາຊົນຢູ່ເຂດພາກເໜືອທີ່ຕ້ອງຍົກຍ້າຍອອກໄປກໍ່ສາມາດກັບເມືອເຮືອນໄດ້ຢ່າງປອດໄພ.

ກ່ອນຖະແຫຼງຂອງທ່ານລັດຖະມົນຕີ ການຕ່າງປະເທດ Israel Katz, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອິດສະລາແອັນ ກໍ່ໄດ້ແຈ້ງຢັ້ງຢືນວ່າ ຂ່າວຄາວກ່ຽວກັບເລື່ອງເກືອບຈະບັນລຸໄດ້ຄຳສັ່ງຢຸດຍິງລະຫວ່າງກອງທັບອິດສະລາແອັນ ແລະ Hezbollah ແມ່ນບໍ່ມີມູນຄວາມຈິງ. ແຈ້ງການຊີ້ແຈ້ງວ່າທ່ານນາຍົກລັດຖະມົນຕີ Netanyahu ຍັງບໍ່ທັນມີຄຳຕອບຕໍ່ຂໍ້ສະເໜີຢຸດຍິງໂດຍອາເມລິກາ ແລະ ຝລັ່ງຍົກອອກມາ.

ໃນເຫດການທີ່ກ່ຽວຂ້ອງ, ກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ໄດ້ຖະແຫຼງວ່າ ໃນວັນທີ 26 ກັນຍາ ກຳລັງນີ້ໄດ້ບຸກຈົມຕີທາງອາກາດເລັ່ງໃສ່ 220 ເປົ້າໝາຍຂອງ Hezbollah ຢູ່ນະຄອນຫຼວງ Beirut, ຮ່ອມພູ Beqaa ທາງທິດຕາເວັນອອກ ແລະ ເຂດທາງໃຕ້ຂອງລີບັງ. ເປົ້າໝາຍແມ່ນບັນດາຕຶກອາຄານໂດຍ Hezbollah ນຳໃຊ້, ບັນດາສາງອາວຸດ, ຖານຍິງລູກສອນໄຟ ແລະ ສະຖານທີ່ເຕົາໂຮມໂຮງຂອງກຳລັງ Hezbollah. ໃນນັ້ນການບຸກໂຈມຕີ ໃສ່ເຂດສາມັນຊົນຢູ່ ຮ່ອມພູ Beqaa ໄດ້ເຮັດໃຫ້ສາມັນຊົນ 23 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ