ອີ​ຕາ​ລີ ຈັດ​ກອງ​ປະ​ຊຸມ​ສຸດຍອດ G7 ແບບທາງ​ໄກ ໃນ​ເດືອນ​ກຸມ​ພາ

(VOVWORLD) - ປີ 2023, ບັນດາການນຳ G7 ກໍ່ໄດ້ຈັດກອງປະຊຸມທາງໄກ ໃນໂອກາດ ຄົບຮອບ 1 ປີ ທີ່ລັດເຊຍ ເປີດບັ້ນການທະຫານແບບພິເສດ ຢູ່ ຢູແກຼນ. 
ອີ​ຕາ​ລີ ຈັດ​ກອງ​ປະ​ຊຸມ​ສຸດຍອດ G7 ແບບທາງ​ໄກ ໃນ​ເດືອນ​ກຸມ​ພາ - ảnh 1ພາບປະກອບ: Japan Center for International Exchange

ໃນອາຍຸການດຳລົງຕຳແໜ່ງເປັນປະທານກຸ່ມບັນດາປະເທດອຸດສາຫະກຳ ພັດທະນາ (G7), ອີຕາລີ ຈະຈັດກອງປະຊຸມສຸດຍອດ ຄັ້ງທຳອິດຂອງ G7 ຕາມຮູບແບບທາງໄກ ໃນວັນທີ 24 ກຸມພາ ຈະມາເຖິງ, ສ້າງຂີດໝາຍຄົບຮອບ 2 ປີນັບແຕ່ເວລາເກີດການປະທະກັນຢູ່ ຢູແກຼນ. ປີ 2023, ບັນດາການນຳ G7 ກໍ່ໄດ້ຈັດກອງປະຊຸມທາງໄກ ໃນໂອກາດ ຄົບຮອບ 1 ປີ ທີ່ລັດເຊຍ ເປີດບັ້ນການທະຫານແບບພິເສດ ຢູ່ ຢູແກຼນ. ກໍ່ໃນອາຍຸການນີ້, ອີຕາລີ ຄາດວ່າຈະຈັດກອງປະຊຸມສຸດຍອດຄັ້ງຕໍ່ໄປຂອງກຸ່ມໃນເດືອນມິຖຸນາ ຈະມາເຖິງຢູ່ເຂດ Puglia, ທາງທິດໃຕ້ຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ