ອິນ​ເດຍ ຮຽກ​ຮ້ອງຮ່ວມມື​ກັນ​ຕ້ານ​ການກໍ່​ການ​ຮ້າຍ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ໃນບົດກ່າວປາໄສ, ທ່ານ Singh ໄດ້ຮຽກຮ້ອງໃຫ້ບັນດາທ່ານລັດຖະມົນຕີປ້ອງກັນປະເທດ SCO ຕ້ອງໃສ່ຄວາມຮັບຜິດຊອບໃຫ້ບັນດາເປົ້າໝາຍອຸປະຖຳ ຫຼືໜູນຊ່ວຍການເຄື່ອນໄຫວກໍ່ການຮ້າຍ.
ອິນ​ເດຍ ຮຽກ​ຮ້ອງຮ່ວມມື​ກັນ​ຕ້ານ​ການກໍ່​ການ​ຮ້າຍ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1

 ທ່ານ ລັດຖະມົນຕີປ້ອງກັນປະເທດ ອິນເດຍ Rajnath Singh ກ່າວຄຳເຫັນທີ່ກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອົງການຮ່ວມມື ຊຽງໄຮ່ (SCO) ຢູ່ ນິວເດລີ -ອິນເດຍ ວັນທີ 28/4 (ພາບ: PTI)

   ວັນທີ 28 ເມສາ, ທີ່ກອງປະຊຸມລັດຖະມົນຕີປ້ອງກັນປະເທດອົງການຮ່ວມມື ຊຽງໄຮ່ (SCO) ຢູ່ ນິວເດລີ ປະເທດ ອິນເດຍ, ທ່ານ Rajnath Singh ລັດຖະມົນຕີປ້ອງກັນປະເທດ ອິນເດຍ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຈົ່ງພ້ອມກັນຮ່ວມມືເພື່ອປັດເຂ່ຍລັດທິກໍ່ການຮ້າຍພາຍໃຕ້ຫຼາຍຮູບການ.

    ໃນບົດກ່າວປາໄສ, ທ່ານ Singh ໄດ້ຮຽກຮ້ອງໃຫ້ບັນດາທ່ານລັດຖະມົນຕີປ້ອງກັນປະເທດ SCO ຕ້ອງໃສ່ຄວາມຮັບຜິດຊອບໃຫ້ບັນດາເປົ້າໝາຍອຸປະຖຳ ຫຼືໜູນຊ່ວຍການເຄື່ອນໄຫວກໍ່ການຮ້າຍ ແລະ ຖະແຫຼງວ່າ ບໍ່ວ່າການກະທຳກໍ່ການຮ້າຍໃດໆພາຍໃຕ້ຫຼາຍຮູບການ ກໍ່ແມ່ນໂທດກຳຕ້ານມະນຸດ. ຕາມທ່ານລັດຖະມົນຕີ Singh, ແລ້ວ ສັນຕິພາບ ແລະ ວັດທະນາຖາວອນ ບໍ່ສາມມາດຄົງຕົວພ້ອມກັບການກໍ່ການຮ້າຍໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ