ອິນເດຍສະເຫຼີມສະຫຼອງ68ປີແຫ່ງວັນສາທາລະນະ

ອິນເດຍສະເຫຼີມສະຫຼອງ68ປີແຫ່ງວັນສາທາລະນະ - ảnh 1
ການ​ສວນ​ສະ​ໜາມ​ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ ອິນ​ເດຍ
(ພາບ: EPA/TTXVN)

(vovworld) - ວັນ​ທີ 26/1, ອິນ​ເດຍ​ໄດ້​ສະ​ແດງ​ກຳ​ລັງ​ແຮງ​ດ້ານ​ການ​ທະ​ຫານ​ໃນ​ການ​ສວນ​ສະ​ໜາມ​ຢູ່​ນະ​ຄອນຫຼວງ ນິວ​ເດ​ລີ ເພື່ອ​ສະ​ເຫຼີມ​ສະຫຼອງ 68 ປີ​ແຫ່ງວັນ​ສາ​ທາ​ລະ​ນະ​. ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukheerjee, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Hamid Ansari, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Narendra Modi ແລະ ອົງ​ມົງ​ກຸດ​ລາ​ຊະ​ກຸມ​ມານ Mohammed bin Zayed Al Nahyan ຂອງ​ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັດ (UAE) ພວມ​ຢູ່​ຢ້ຽມ​ຢາມ​ປະ​ເທດນີ້. ໂດຍເປີດ​ສາກ​​ການ​ສວນ​ສະ​ໜາມ​ແມ່ນຝູງ​ເຮືອ​ບິນ​ຂອງ​ກຳ​ລັງ​ກອງ​ທັບ​ອາ​ກາດ​ຂອງ ອິນ​ເດຍ ບິນ​ຜ່ານ​ເວ​ທີ. ຈາ​ກນັ້ນ, ແມ່ນ 3 ເຫຼົ່​າ​ຮົບ​ຂຶ້ນ​ກັບ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ ອິນ​ເດຍ ເຊິ່ງ​ລວມ​ມີ: ທະ​ຫານ​ບົກ, ທະ​ຫານ​ເຮືອ ແລະ ກອງ​ທັບ​ອາ​ກາດ​ທຳ​ການ​ເດີນ​ຂະ​ບວນ. ຄ​ຽງ​ຄູ່​ກັນ​ນັ້ນ, ກຳ​ລັງ​ທະ​ຫານ​ຂອງ UAE ກໍ່​ເຂົ້າ​ຮ່ວມ​ການ​ສວນ​ສະ​ໜາມຄັ້ງ​ໃຫຍ່ນີ້. ນີ້​ເປັນ​ຄັ້ງ​ທຳ​ອິດ, ກຳ​ລັງ​ທະ​ຫານ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ເຫດ​ການ​ຄື​ແນວນັ້ນ​ຂອງ ອິນ​ເດຍ.


ຂ່າວ/ບົດ​ອື່ນ