ອິນ​ໂດ​ເນ​ເຊຍ: ຄວາມ​ເຫັນ​ດີ 5 ຂໍ້ ຍັງ​ແມ່ນ​ເອ​ກະ​ສານ​ທາບ​ທາມຫຼັກ​ຂອງ ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ຫາ ມຽນ​ມາ

(VOVWORLD) - ທ່ານນາງ ລັດຖະມົນຕີການຕ່າງປະເທດ Retno Marsudi ໃຫ້ຮູ້ວ່າ ໃນຖານະເປັນປະເທດ ປະທານອາຊຽນ ປີ 2023, ອິນໂດເນເຊຍ ໄດ້ມອບໃຫ້ລາວ ໂດຍເປັນປະທານອາຊຽນ 2024 ບັນດາຄວາມມານະພະຍາຍາມແກ້ໄຂບັນຫາມຽນມາ.
ອິນ​ໂດ​ເນ​ເຊຍ: ຄວາມ​ເຫັນ​ດີ 5 ຂໍ້ ຍັງ​ແມ່ນ​ເອ​ກະ​ສານ​ທາບ​ທາມຫຼັກ​ຂອງ ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ຫາ ມຽນ​ມາ - ảnh 1ທ່ານນາງ ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi (ພາບ: TTXVN)

ວັນທີ 30 ມັງກອນ, ທ່ານນາງ ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ໄດ້ສະແດງຄວາມຊົມເຊີຍ ຕໍ່ຄຳໝັ້ນສັນຍາຂອງ ບັນດາສະມາຊິກ ອາຊຽນ ໃນການສືບຕໍ່ຊຸກຍູ້ການປະຕິບັດ ຄວາມເຫັນດີ 5 ຂໍ້ (5PC) ເພື່ອແກ້ໄຂວິກິດການ ມຽນມາ.

ທ່ານລັດຖະມົນຕີການຕ່າງປະເທດ Retno Marsudi ໃຫ້ຮູ້ວ່າ ໃນຖານະເປັນປະເທດ ປະທານອາຊຽນ ປີ 2023, ອິນໂດເນເຊຍ ໄດ້ມອບໃຫ້ລາວ ໂດຍເປັນປະທານອາຊຽນ 2024 ບັນດາຄວາມມານະພະຍາຍາມແກ້ໄຂບັນຫາມຽນມາ. ອິນໂດເນເຊຍ ຫວັງວ່າ ບໍ່ມີຝ່າຍໃດ ມີການກະທຳສະກັດກັ້ນການປະຕິບັດ ຄວາມເຫັນດີ 5 ຂໍ້.

ທ່ານນາງ Retno Marsudi ເນັ້ນໜັກວ່າ ອິນໂດເນເຊຍ ພ້ອມແລ້ວທີ່ຈະສືບຕໍ່ໜູນຊ່ວຍ ມຽນມາ ຢຸດຕິວິກິດການດ້ວຍວິທີການສົມທົບກັບລາວ, ໃນຖານະເປັນປະເທດປະທານອາຊຽນ 2024 ແລະ ມາເລເຊຍ, ປະທານກຸ່ມອາຊຽນ 2025 ຕາມກົນໄກ troika. ບັນດາຝ່າຍຈະປຶກສາຫາລືສົມທົບກັນກ່ຽວກັບການສະໜອງການໜູນຊ່ວຍມະນຸດສະທຳ ແລະ ຊຸກຍູ້ການເຈລະຈາຢ່າງຮອບດ້ານ.

ຢູ່ກອງປະຊຸມວົງແຄບ ຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ ຫຼວງພະບາງ ໃນວັນທີ 29 ມັງກອນ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບສະໜັບສະໜູນຂໍ້ລິເລີ່ມຂອງ ໄທໃນການສ້າງແລວມະນຸດສະທຳ ເພື່ອແນໃສ່ສະໜອງການໜູນຊ່ວຍໃຫ້ແກ່ຜູ້ຄົນຕ້ອງອົບພະຍົບ ອອກຈາກປະເທດ ມຽນມາ ຍ້ອນການປະທະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ