ອິນໂດເນເຊຍ ຕີລາຄາສູງ ຫວຽດນາມ ໃນຄວາມມານະພະຍາຍາມພ້ອມກັບ ອາຊຽນ ຄວບຄຸມໂລກລະບາດໂຄວິດ-19

(VOVWORLD) -  ເຂົ້າໃຈແຈ້ງກ່ຽວກັບລັກສະນະຮີບດ່ວນຂອງເລື່ອງເສີມຂະຫຍາຍຈິດໃຈສາມັກຄີ ແລະ ເປັນເຈົ້າການຮັບມືຕໍ່ໂລກລະບາດໂຄວິດ-19 ກໍຄືບບັນດາການກະທົບຂອງໂລກລະບາດທີ່ມີຕໍ່ເສດຖະກິດ - ສັງຄົມບັນດາປະເທດສະມາຊິກ ອາຊຽນ. 

 ເມື່ອຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນຂອບເຂດການຮ່ວມມື ອາຊຽນ ແລະ ກັບບັນດາປະເທດຄູ່ຮ່ວມມື. ທ່ານ Jose Tarares ຫົວໜ້າກົມຮ່ວມມື ອາຊຽນ, ກະຊວງການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ+3 ຄັ້ງນີ້ ມີຄວາມໝາຍສຳຄັນພິເສດ ແລະ ຮີບດ່ວນ. ເຖິງວ່າແຕ່ລະປະເທດສະມາຊິກ ອາຊຽນ ໄດ້ໝູນໃຊ້ບັນດານະໂຍບາຍສະເພາະ ເພື່ອປ້ອງກັນ, ສະກັດກັ້ນໂຄວິດ-19 ຄື: ປິດລ້ອມ ຫຼື ແຍກຫ່າງໃນສັງຄົມ, ເຖິງຢ່າງໃດກໍ່ຕາມ ພວກເຮົາຄວນປະຕິບັດແມ່ນສ້າງມາດຕະການສັງລວມ ແລະ ເລິກເຊິ່ງກ້ວາງຂວາງກ່ວາອີກ. ບົດບາດຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດຄັ້ງນີ້ແມ່ນສຳຄັນທີ່ສຸດ.

        ກ່ອນໜ້ານັ້ນ, ອິນໂດເນເຊຍ ໄດ້ສະເໜີ 4 ບັນຫາຄວນໄດ້ຮັບການປຶກສາຫາລືທີ່ 2 ກອງປະຊຸມສຸດຍອດພິເສດຂອງ ອາຊຽນ ທີ່ກ່ຽວຂ້ອງເຖິງບັນດາຄວາມມານະພະຍາຍາມຄວບຄຸມໂຄວິດ-19. ອິນໂດເນເຊຍ ຢັ້ງຢືນວ່າ ຈະຮ່ວມມືກັບບັນດາປະເທດ ອາຊຽນ ທັງໝົດ ເພື່ອສະກັດກັ້ນໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ